ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິເລະ, ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ກາຍເປັນສະມາຊິກຢ່າງເປັນທາງການຂອງເຄືອຂ່າຍນະຄອນແຫ່ງການຮໍ່າຮຽນທ່ົວໂລກຂອງ UNESCO ແມ່ນຄວາມເປັນກຽດ, ແມ່ນຜົນຂອງວິວັດການສຸມໃສ່ກໍ່ສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນຕະຫຼອດຊີວິດໃຫ້ແກ່ປະຊາຊົນນະຄອນ; ສະແດງໃຫ້ເຫັນຄວາມຮັບຮອງຂອງໂລກທີ່ມີຕໍ່ນະໂຍບາຍ, ຄຳໝັ້ນສັນຍາ ແລະຄວາມມານະພະຍາຍາມຂອງຫວຽດນາມ ເວົ້າລວມ ແລະນະຄອນໂຮ່ຈີມິນ ເວົ້າສະເພາະ ໃນການຮັບປະກັນພື້ນຖານການສຶກສາທີ່ມີຄຸນນະພາບ, ສະເໝີພາບ, ຮອບດ້ານ ແລະຊຸກຍູ້ໂອກາດຮໍ່າຮຽນຕະຫຼອດຊີວິດໃຫ້ໝົດທຸກຄົນ, ປະກອບສ່ວນຍົກສູງຖານະບົດບາດການສຶກສາຂອງຫວຽດນາມ  ໃນເວທີສາກົນ.

ທ່ານນາງ ຫງວຽນທິເລະ ຫວັງວ່າ ດ້ວຍການຮ່ວມມື  ແລະການໜູນຊ່ວຍຈາກ UNESCO ພ້ອມກັບບັນດາສະມາຊິກໃນເຄືອຂ່າຍ, ນະຄອນໂຮ່ຈີມິນ ຈະສືບຕໍ່ພັດທະນາ ແລະບືນຕົວຂຶ້ນຢ່າງແຮງ, ກາຍເປັນສູນການສຶກສາແຖວໜ້າຂອງພາກພື້ນ.

leftcenterrightdel
ພິທີມອບໃບຢັ້ງຢືນຂອງ UNESCO  ທີ່ຮັບຮອງນະຄອນໂຮ່ຈີມິນ ແມ່ນສະມາຊິກຂອງ “ເຄືອຂ່າຍນະຄອນແຫ່ງການຮໍ່າຮຽນທົ່ວໂລກ”. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Jonathan Wallace Baker, ຫົວໜ້າຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ ປະຈຳຫວຽດນາມ ໃຫ້ຮູ້ວ່າ, UNESCO ມີຄວາມສົນໃຈທີ່ສຸດຕໍ່ຂໍ້ລິເລີ່ມຂອງນະຄອນໂຮ່ຈີມິນ ກ່ຽວກັບການສ້າງ ແລະໃຫ້ສັດຕະຍາບັນປະມວນມາດຖານກ່ຽວກັບໂຮງຮຽນແຫ່ງຄວາມຜາສຸກ, ໂດຍອີງໃສ່ຂອບໂຮງຮຽນແຫ່ງຄວາມຜາສຸກທ່ົວໂລກຂອງ UNESCO ແລະແຜນນະໂຍບາຍທີ່ນໍາໃຊ້ຢູ່ໂຮງຮຽນປະຖົມສຶກສາ ແລະໂຮງຮຽນມັດທະຍົມຕອນຕົ້ນຂອງນະຄອນ. ຮູບແບບດັ່ງກ່າວ ຈະເປັນຈຸດສຸມຂອງກິດຈະການປ່ຽນແປງໃໝ່ການສຶກສາ, ຖືຄວາມສຸກ ເປັນປັດໃຈຫຼັກແຫຼ່ງເພື່ອຍົກສູງຄຸນນະພາບການຮໍ່າຮຽນ.

ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມໂຄງການດໍາເນີນງານກໍ່ສ້າງ “ນະຄອນແຫ່ງການຮໍ່າຮຽນທົ່ວໂລກຂອງ UNESCO ໄລຍະ 2024-2030” ຢູ່ໃນບໍລິເວນນະຄອນໂຮ່ຈີມິນ.

ໂດຍ: ທູຈາງ