ຕອນຄ່ຳວັນທີ 1 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດການສາຍຮູບເງົາ “ດອກຄາຍ, ເຝີ ແລະປີອາໂນ” ໂດຍບໍ່ເກັບຄ່າ ໃຫ້ແກ່ນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ, ຊ່ວຍໃຫ້ພວກເພື່ອນນັກສຶກສາຊອກຮູ້ຕື່ມກ່ຽວກັບໄລຍະປະຫວັດສາດທີ່ພິລະອາດຫານ ຂອງຫວຽດນາມ ໃນຊຸມວັນເດືອນປີແຫ່ງການຕໍ່ສຸ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ.

leftcenterrightdel
ຮູບເງົາ “ດອກຄາຍ, ເຝີ ແລະປີອາໂນ”. ພາບໂດຍຜູ້ຜະລິດສະໜອງ

ນີ້ແມ່ນໂອກາດເພື່ອໃຫ້ນັກຮຽນ, ນັກສຶກສາລາວ, ກຳປູເຈຍ ຊອກຮູ້ກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດຂອງກອງທັບ ແລະ ປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານ ຝລັ່ງ. ຈາກນັ້ນ, ໄດ້ແນະນຳນ້ຳໃຈອັນສູງສົ່ງຂອງປະຊາຊົນຫວຽດນາມ ທີ່ອົງອາດກ້າແກ່ນ, ບໍ່ຍອມຈຳນົນໃນການຕໍ່ສຸ້ຕ້ານສັດຕູຜູ້ຮຸກຮານ ແຕ່ມີນ້ຳໃຈເມດຕາ, ຄວາມຮັກແພງມະນຸດ; ຜ່ານນັ້ນເພີ່ມທະວີສາຍກ່ຽວພັນ, ນ້ຳໃຈສະໜິດຕິດພັນລະຫວ່າງນັກສຶກສາລາວ, ກຳປູເຈຍ ກັບບັນດາຄອບຄົວຫວຽດນາມ ເພື່ອເສີມສ້າງໜໍ່ແໜງແຫ່ງໄມຕີຈິດມິດຕະພາບໃນອະນາຄົດ.

ໂດຍ: ກວຽດເຕິມ