ກອງປະຊຸມໃຫ່ຍຜູ້ແທນສະມາຄົມນັກສຶກສາຫວຽດນາມ ທີ່ສະຫະພັນລັດເຊຍ ຄັ້ງທີ I, ອາຍຸການ 2024-2026 ທີ່ດຳເນີນເປັນເວລາສອງວັນ ໃນລະຫວ່າງວັນທີ 9-10 ມີນາ ທີ່ນະຄອນຫຼວງ ມົດສະກູ ໄດ້ສຳເລັດຢ່າງຈົບງາມ. ໂດຍໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມ ລວມມີ: ກຳມະການ 27 ຄົນ, ປະທານ 1 ຄົນ ແລະຮອງປະທານ 4 ຄົນ. ສິ່ງນີ້ສາມາດເວົ້າໄດ້ວ່າເປັນຫຼັກໝາຍຂອງຂະບວນການນັກສຶກສາຫວຽດນາມ ຢູ່ສະຫະພັນລັດເຊຍ, ເປັນຂີດໝາຍແຫ່ງການສ້າງຕັ້ງຢ່າງເປັນທາງການຂອງອົງການຈັດຕັ້ງສະມາຄົມນັກສຶກສາຫວຽດນາມ ທີ 14 ຢູ່ຕ່າງປະເທດ.

leftcenterrightdel
ທ່ານ ດັ້ງມິງຄອຍ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລັດເຊຍ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ຄະນະບໍລິຫານງານສະມາຄົມນັກສຶກສາຫວຽດນາມ ຢູ່ລັດເຊຍ ຊຸດທີ I, ອາຍຸການ 2024-2026, ແມ່ນບັນດາບຸກຄົນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວ ແລະນຳໜ້າໃນທຸກໆຂະບວນການນັກສຶກສາ ຢູ່ສະຫະພັນລັດເຊຍ, ຕາງໜ້າຈາກຫຼາຍນະຄອນ, ມະຫາວິທະຍາໄລຕ່າງໆຢູ່ ລັດເຊຍ. ໂດຍຖືເປັນກຽດທີ່ໄດ້ຮັບການເລືອກຕັ້ງເປັນປະທານ, ຕາງໜ້າໃຫ້ແກ່ 27 ກຳມະການໃນຄະນະບໍລິຫານງານ, ທ້າວ ເລຮວິ່ງດຶ໋ກ ມີຄຳເຫັນວ່າ: "ໜ້າທີ່ທຳອິດຂອງນັກສຶກສາ ຫວຽດນາມ ຢູ່ລັດເຊຍ ແມ່ນກະກຽມບັນດາເອກະສານ, ລະບຽບການຢ່າງຄົບຖ້ວນ ເພື່ອສົ່ງເຖິງສູນກາງສະມາຄົມນັກສຶກສາ ຫວຽດນາມ ຮັບຮອງເອົາ, ກໍ່ຄືສ້າງຕັ້ງບັນດາອົງການຈັດຕັ້ງຂອງສະມາຄົມຮາກຖານ. ນອກຈາກນັ້ນ, ພວກຂ້າພະເຈົ້າ ກໍ່ຈະສຸມໃສ່ຜັນຂະຫຍາຍໂຄງການນັກສຶກສາ 5 ດີ (ຄຸນສົມບັດດີ, ຮ່ຳຮຽນດີ, ສຸຂະພາບດີ, ອາສາສະໝັກດີ, ເຊື່ອມຕົວດີ) ແລະ ສ້າງແຜນຍຸດທະສາດ ແນ່ໃສ່ເສີມຂະຫຍາຍກຳລັງແຮງໄວໜຸ່ມຂອງນັກສຶກສາຫວຽດນາມ ຢູ່ລັດເຊຍ".

ໂດຍ:​ ກວຽດເຕິມ