ໃນວັນທີ 16 ກຸມພາ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ 2024, ຄະນະນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລເຕັກນິກແຫ່ງຊາດ Moscow (Bauman), ສະຫະພັນລັດເຊຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳ, ສິລະປະ, ອາຫານການກິນ “ວັນຫວຽດນາມ”.

leftcenterrightdel
ທ່ານ ເວືອງດັກຖັ໊ງ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳສະຫະພັນລັດເຊຍ ກ່າວຄຳເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນນະທີ່ນີ້, ທ່ານ ເວືອງດັກຖັ໊ງ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ສະແດງຄວາມຂອບໃຈມາຍັງການນຳໂຮງຮຽນ Bauman ທີ່ໄດ້ເອົາໃຈໃສ່ເຖິງການຮ່ຳຮຽນ ແລະການດຳລົງຊີວິດຂອງນັກສຶກສາຫວຽດນາມ ໃນຕະຫຼອດໄລຍະຜ່ານມາ, ກໍ່ຄືສ້າງເງື່ອນໄຂສະດວກໃຫ້ຄະນະນັກສຶກສາຫວຽດນາມ ໄດ້ຈັດຕັ້ງວັນຫວຽດນາມ ກົງກັບໂອກາດສະເຫຼີມສະຫຼອງບຸນປີໃໝ່ປະຈໍາຊາດ ປີມະໂລງ 2024. ທ່ານ ເວືອງດັກຖັ໊ງ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຄະນະນັກສຶກສາຫວຽດນາມ ຢູ່ໂຮງຮຽນ Bauman ວ່າ ບໍ່ພຽງແຕ່ໃນການຮ່ຳຮຽນເທົ່ານັ້ນ ຫາກຍັງໃນການເຄື່ອນໄຫວດ້ານວັດທະນະທຳ, ການແຂ່ງຂັນກິລາອີກດ້ວຍ, ເຊິ່ງໄດ້ສະແດງໃຫ້ເຫັນຄວາມກະຕືລືລົ້ນ ແລະຄວາມຕັດສິນໃຈຂອງໄວໜຸ່ມ.

leftcenterrightdel
ລາຍການສະແດງສິລະປະທີ່ເປັນເອກະລັກ, ເຂັ້ມຂຸ້ນໄປດ້ວຍວັດທະນະທໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຂອບເຂດຂອງລາຍການ, ຄະນະຈັດຕັ້ງໄດ້ສ້າງເຂດວັດທະນະທຳທີ່ເຕັມໄປດ້ວຍເອກະລັກ, ສີສັນສະເພາະຂອງຊາດຫວຽດນາມ ດ້ວຍການຈັດງານວາງສະແດງຮູບພາບທິວທັດ, ທັດສະນີຍະພາບຫວຽດນາມ, ລາຍການສະແດງສິລະປະ ແລະແນະນຳການລະຫຼີ້ນພື້ນເມືອງ, ເຊັ່ນ: ປັ້ນຕໍ່ແຮ, ເຕັ້ນສາບ ແລະເຍື່ອງອາຫານການກິນຂອງຊາດຫວຽດນາມ ເຊິ່ງໄດ້ດຶງດູດຄວາມສົນໃຈຈາກເພື່ອນມິດສາກົນເປັນຈໍານວນຫຼວງຫຼາຍ.

ໂດຍ: ທະນາພອນ