ທ່ານນາງເອກອັກຄະລັດຖະທູດ ຫງວຽນທິເວິນແອງ, ຜູ້ຕາງໜ້າຫວຽດນາມ ປະຈຳ UNESCO ແບ່ງປັນວ່າ, ນີ້ແມ່ນຄວາມພາກພູມໃຈ ແລະກໍ່ສະແດງໃຫ້ເຫັນຄວາມຮັບຮູ້ຂອງສາກົນກ່ຽວກັບ ຄວາມມານະພະຍາຍາມອັນພົ້ນເດັ່ນຂອງສອງນະຄອນໃນຂະບວນການຊຸກຍູ້ການຮ່ຳຮຽນ ຕະຫຼອດຊີວິດໃຫ້ປະຊາຊົນທຸກຊັ້ນວັນນະ. ນີ້ກໍ່ແມ່ນບາດກ້າວຜັນຂະຫຍາຍແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ລັດ ຢ່າງລະອຽດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ສົ່ງເສີມການຮ່ຳຮຽນ, ສ້າງສັງຄົມໃຫ້ມີການຮ່ຳຮຽນ, ຍົກສູງຄຸນນະພາບການສຶກສາ ແລະ ແຫຼ່ງຊັບພະຍາກອນມະນຸດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປະກາດ ຢູ່ຈຸດເຊື່ອມຕໍ່ເຊີນລາ. ພາບ: vovworld.vn

ທ່ານ ດ່າວກວ່ຽນເຈືອງ, ຮອງຫົວໜ້າກົມການທູດວັດທະນະທຳ ແລະ UNESCO - ກະຊວງການຕ່າງປະເທດ, ກໍາມະການເລຂາທິການຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຕີລາຄາວ່າ ນີ້ແມ່ນໝາກຜົນແຫ່ງການປະຕິບັດຍຸດທະສາດການທູດວັດທະນະທຳຮອດປີ 2030, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ມະຕິເລກທີ  22 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະຄໍາສັ່ງເລກທີ 25 ຂອງຄະນະເລຂາກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍໃຫ້ປະສົບຜົນສໍາເລັດ.

ໂດຍ: ຈາງຫງວຽນ