ດໍາລົງຊີວິດໃນດິນແດນທີ່ມີທີ່ຕັ້ງພູມສາດການເມືອງພິເສດ, ນັບແຕ່ດົນນານມານີ້, ປະເທດເຮົາຍາມໃດກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍນາໆປະການ. ຖ້າຫາກບໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອຮັກຊາດໄດ້, ພວກເຮົາຈະບໍ່ສາມາດຮັກສາເອກະລາດແຫ່ງຊາດໄດ້. ສະນັ້ນ, ສຳລັບຊົນຊາດຫວຽດນາມ, ມູນເຊື້ອຮັກຊາດຍັງແມ່ນກົກເຄົ້າແຫຼ່ງກໍາລັງແຮງເພື່ອຮັກສາປະເທດຊາດ.

ບົດຮຽນທີໜຶ່ງແມ່ນກົກເຄົ້າກໍາລັງແຮງຂອງມູນເຊື້ອຮັກຊາດແມ່ນເລີ່ມຈາກຄວາມຮັກຕໍ່ບ້ານເກີດເມືອງນອນ; ຕໍ່ພໍ່ແມ່ປະຊາຊົນຂອງຕົນ ແລະເອກອ້າງທະນົງໃຈຕໍ່ວັດທະນະທໍາ, ຕໍ່ມູນເຊື້ອໄດ້ສ້າງເປັນສິ່ງມະຫັດສະຈັນໃນປະຫວັດສາດ. ສາມາດຖືສິ່ງເຫຼົ່ານັ້ນແມ່ນປັດໄຈທີ່ບໍ່ປ່ຽນແປງຂອງທຸກປະເທດເມື່ອເວົ້າເຖິງນໍ້າໃຈຮັກຊາດ.

leftcenterrightdel
ນັກຮຽນປະຖົມທັງລອງ (ຮວ່ານກຽມ, ຮ່າໂນ້ຍ) ໄປທັດສະນະສຶກສາຢູ່ຫໍພິພິຕະພັນປະຫວັດສາດການທະຫານຫວຽດນາມ. ພາບ: ແທັງຕຸ່ງ

ເລື່ອງລາວທີ່ເຂົາເຈົ້າເຄີຍເຕື້ອງເຖິງແມ່ນການພົບປະທີ່ມີລັກສະນະປະຫວັດສາດເມື່ອປີ 1995 ລະຫວ່າງທ່ານພົນເອກ ຫວໍຫງວຽນຢາບ ແລະອະດີດລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Robert McNamara,  ເຊິ່ງແມ່ນຜູ້ທີ່ເຄີຍບັນຊາການສູ້ຮົບລະຫວ່າງສອງຝ່າຍ, ນີ້ແມ່ນການພົບປະໂດຍກົງພາຍຫຼັງຫວຽດນາມ-ອາເມລິກາ ສ້າງຕັ້ງການພົວພັນເປັນປົກກະຕິ. ຍາມນັ້ນ, ທ່ານ Robert McNamara ກ່າວວ່າ ຖ້າວ່າຊາວອາເມລິກາ ມີຄວາມເຂົ້າໃຈຕໍ່ປະຊາຊົນ ແລະປະຫວັດສາດຫວຽດນາມ ຄືໄລຍະປີ 1995, ສົງຄາມຫວຽດນາມ ອາດຈະບໍ່ເກີດຂຶ້ນ.

ບົດຮຽນທີສອງແມ່ນການສຶກສາມູນເຊື້ອ. ມູນເຊື້ອແມ່ນມີຢູ່ແລ້ວໃນສາຍເລືອດຂອງແຕ່ລະຄົນແຕ່ວ່າບໍ່ແມ່ນມີຢູ່ເອງ, ສະນັ້ນຕ້ອງໄດ້ຮັບການຮັກສາ, ປຸກລູກ ແລະບຳລຸງລ້ຽງເປັນປະຈໍາ. ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ສົ່ງສັນຍານທີ່ວ່າ: “ບໍ່ມີເວລາໃດທີ່ປະເທດເຮົາມີພາລະກິດອັນໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຊື່ສຽງສາກົນຄືໃນປະຈຸບັນ”; ພ້ອມທັງກໍານົດເປົ້າໝາຍ: “ປຸກລູກຄວາມຫວັງພັດທະນາປະເທດວັດທະນາຖາວອນ, ມີຄວາມຜາສຸກ”. ການສຶກສາປະຫວັດສາດ, ມູນເຊື້ອຮັກຊາດໃນໂຮງຮຽນກໍ່ຄືແນວນັ້ນ, ບໍ່ແມ່ນນໍາບົດຮຽນທີ່ແຂງກະດ້າງ, ບັງຄັບໃຫ້ນັກຮຽນທ່ອງຂຶ້ນໃຈ, ຫາກຕ້ອງປຸກລູກສະຕິເອກອ້າງທະນົງໃຈ, ເຊື່ອໝັ້ນຕົນເອງເພື່ອໃຫ້ນັກຮຽນນິຍົມວິຊາປະຫວັດສາດ, ຢາກຊອກຮູ້ເອງ. ນັບແຕ່ກ່ອນມານີ້ການບັງຄັບບໍ່ແມ່ນມາດຕະການທີ່ດີ, ການປຸກລູກ, ສົ່ງເສີມຈຶ່ງແມ່ນມາດຕະການພື້ນຖານ, ຕັ້ງໜ້າ.

ບົດຮຽນທີສາມແມ່ນການເປັນແບບຢ່າງຂອງການນໍາ. ປະຫວັດສາດໄດ້ປະໄວ້ຫຼາຍບົດຮຽນ. ອານເຢືອງເວືອງ ເສຍປະເທດບໍ່ແມ່ນບໍ່ມີຄວາມຮັກຕໍ່ປະເທດ, ແຕ່ເພິ່ນມີການປະພຶດທີ່ຜິດພາດ. ເພິ່ນເອົາໃຈໃສ່ພິເສດຕໍ່ລູກເຂີຍຄົນຕ່າງປະເທດ. ເລື່ອງລາວນັ້ນທັງສ້າງໄພອັນຕະລາຍພາຍໃນອໍານາດການປົກຄອງ, ທັງເຮັດໃຫ້ປະຊາຊົນບໍ່ໄວ້ເນື້ອເຊື່ອໃຈຕໍ່ເພິ່ນ, ເຫັນວ່າເພິ່ນບໍ່ເປັນຜູ້ຕາງໜ້າໃຫ້ປະຊາຊົນ... ນັ້ນແມ່ນບົດຮຽນເລືອດເນື້ອກ່ຽວກັບຜູ້ນໍາປະເທດເສຍຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນ.

ບົດຮຽນທີສີ່ແມ່ນການເບິ່ງແຍງດູແລໃຫ້ປະຊາຊົນ. ມາຮອດປະຈຸບັນ, ບົດຮຽນນີ້ຍັງຮັກສາຄຸນຄ່າເດີ່ມ, ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງເປັນກໍາລັງແຮງເພື່ອຮັບປະກັນບັນດາທີ່ຕັ້ງພື້ນຖານຂອງປະເທດ. ຕ້ອງຖືປະຊາຊົນແມ່່ນກໍາລັງໜູນເພື່ອໃຫ້ອໍານາດການປົກຄອງປະຕິບັດບັນດານະໂຍບາຍຂອງຕົນ, ແຕ່ກໍ່ແມ່ນເປົ້າໝາຍມຸ່ງເຖິງໃນບັນດານະໂຍບາຍຂອງລັດ.

ບົດຮຽນທີ່ມີຄວາມໝາຍກວມລວມເມື່ອເວົ້າເຖິງການຮັກສາ, ເສີມຂະຫຍາຍມູນເຊື້ອຮັກຊາດແມ່ນພວກເຮົາຕ້ອງສຶກສາໃຫ້ບັນດາລຸ້ນຕໍ່ໄປກ່ຽວກັບຄວາມເອກອ້າງທະນົງໃຈ ແລະເຊື່ອໝັ້ນຕົນເອງ ເພື່ອບຳລຸງລ້ຽງນໍ້າໃຈຮັກຊາດ.

leftcenterrightdel
ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ແມ່ນສະຖານທີ່ທັດສະນະສຶກສາຂອງຫຼາຍໂຮງຮຽນ. ພາບ: ມິງຫງວດ

ໃນຍຸກສະໄໝເຕັກໂນໂລຢີພັດທະນາຄືໃນປະຈຸບັນ, ການສຶກສາມູນເຊື້ອຮັກຊາດໃຫ້ຮຸ່ນໜຸ່ມສະແດງອອກຜ່ານແຕ່ລະຂັ້ນຕອນ. ທີໜຶ່ງ, ໄວໜຸ່ມໄດ້ເຂົ້າເຖິງຫຼາຍຂໍ້ມູນທີ່ສຸດຜ່ານທາງພາຫະນະສື່ມວນຊົນ. ຄັດເລືອກຂໍ້ມູນ ແລະຊອກຫາຂໍ້ມູນແມ່ນຂັ້ນທີສອງ ແລະແມ່ນຄວາມຮັບຜິດຊອບຂອງພວກເຮົາ. ທີສາມແມ່ນເກັບໄດ້ຄວາມຮູ້ຫຍັງຈາກການຄັດເລືອກຂໍ້ມູນ. ສຸດທ້າຍແມ່ນຄວາມຮູ້ສຶກ, ພັດທະນາຄວາມສາມາດບົ່ມຊ້ອນ ແລະໜູນຊ່ວຍຜູ້ອື່ນ.

ພວກເຮົາຈົ່ງຄິດວ່າຕ້ອງເຮັດແນວໃດເພື່ອໃຫ້ການສຶກສາລຸ້ນໜຸ່ມບໍ່ພຽງແຕ່ມີຄວາມຮັກຊາດເທົ່ານັ້ນ ຫາກຍັງເຊື່ອມຊຶມຄຸນຄ່າມູນເຊື້ອນັ້ນ ເພື່ອກາຍເປັນກໍາລັງແຮງຂອງຍຸກສະໄໝ. ພວກເຮົາໄດ້ເຫັນແລ້ວວ່າຫຼາຍຄົນໄດ້ໃຊ້ເງິນນັບສິບລ້ານດົ່ງເພື່ອຊື້ປີ້ຊົມລາຍການສະແດງສິລະປະຂອງວົງດົນຕີ ສ.ເກົາຫຼີ, ໃນຂະນະນັ້ນບໍ່ມີຈັກຄົນເສຍເງິນເພື່ອຊື້ປຶ້ມປະຫວັດສາດ. ເປັນຫຍັງຈຶ່ງຄືແນວນັ້ນ? ແມ່ນບໍວ່າ, ໄວໜຸ່ມໃນປະຈຸບັນຍັງຖືກດຶງດູດ, ມຸ່ງເຖິງຄວາມມັກສ່ວນຕົວ? ຂ້າພະເຈົ້າຖືວ່ານັ້ນແມ່ນສິ່ງຊອບທໍາແຕ່ຍັງບໍ່ທັນຖືກທິດ. ຖ້າຄົນເຮົາພຽງແຕ່ແລ່ນຕາມຄວາມມັກສ່ວນຕົວເຂົາເຈົ້າຈະບໍ່ສາມາດເຮັດໄດ້ສິ່ງທີ່ໃຫຍ່ກວ່ານອກຈາກຄວາມມັກສ່ວນຕົວ.

ຄວາມຮຽກຮ້ອງທີ່ພວມວາງອອກແມ່ນຂົວເຊື່ອມຕໍ່ລະຫວ່າງປະຊາຊົນກັບການນໍາຕ້ອງໄດ້ເປີດກວ້າງ, ໄດ້ເຮັດໃຫ້ເລິກເຊິ່ງ ແລະມີປະສິດທິຜົນກວ່າ. ເພື່ອບຳລຸງລ້ຽງນ້ຳໃຈຮັກຊາດ, ຕ້ອງເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ. ເມື່ອຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັງປຸງ, ຈຶ່ງລ້ຽງປູກແນວພັນທີ່ຕັ້ງໜ້າໄດ້.

ໂດຍ: ໄຊນີດາ