leftcenterrightdel
ໃບຢັ້ງຢືນລາງວັນ ຈະໄດ້ມອບໃຫ້ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ທີ່ QS Higher Ed Summit: Asia Pacific ຄັ້ງທີ 20, ອິນໂດເນເຊຍ, ເຊິ່ງຈະຈັດຂຶ້ນແຕ່ວັນທີ 8-10 ພະຈິກ ຈະມາເຖິງ. ພາບ: nhandan.com.vn

ນີ້ແມ່ນຄັ້ງທໍາອິດທີ່ມະຫາວິທະຍາໄລແຫ່ງໜຶ່ງຂອງຫວຽດນາມ ໄດ້ຮັບລາງວັນນີ້. ລາງວັນ “ຮັບຮອງກ່ຽວກັບການປັບປຸງຄຸນນະພາບ” ໄດ້ມອບໃຫ້ບັນດາອົງການຈັດຕັ້ງທີ່ພິສູດໄດ້ເຖິງການປັບປຸງຄຸນນະພາບດີພໍສົມຄວນໃນຜົນການຈັດອັນດັບ ໂດຍອີງໃສ່ການປັບປຸງກ່ຽວກັບການຈັດອັນດັບ.

ເພື່ອປັບປຸງຜົນການຈັດອັນດັບມະຫາວິທະຍາໄລໂລກຂອງ QS, ຮາກຖານການສຶກສາບໍ່ພຽງແຕ່ຕ້ອງມີການປັບປຸງເມື່ອສົມທຽບໃສ່ກັບຕົນເອງ ເທົ່ານັ້ນ ຫາກຍັງຕ້ອງພິສູດໃຫ້ເຫັນເຖິງການປັບປຸງເມື່ອທຽບໃສ່ກັບຮາກຖານການສຶກສາອື່ນໃນຕາຕະລາງຈັດອັນດັບ. ສິ່ງດັ່ງກ່າວນີ້ກ່ຽວຂ້ອງເຖິງອິດທິພົນຊື່ສຽງໃນການຄົ້ນຄວ້າ ແລະຄວາມສາມາດດຶງດູດ, ຮັກສານັກສຶກສາ ແລະພາລະກອນສາກົນ ອີກດ້ວຍ.

ໂດຍ: ໄຊຊະນະ