leftcenterrightdel
ຮສຈ.ປອ ຮີ່ງຈ້ອງເຢືອງ, ອະທິການບໍດີໂຮງຮຽນມະຫາວິທະຍາໄລກວ໋າງນາມ ມອບໃບຢັ້ງຢືນໃຫ້ບັນດານັກສຶກສາລາວ. ພາບ: baoquangnam.vn

ໃນສົກຮຽນ 2021-2022, ມະຫາວິທະຍາໄລກວ໋າງນາມ ໄດ້ສອນພາສາຫວຽດນາມ ໃຫ້ນັກສຶກສາລາວ 64 ຄົນ ຕາມບົດບັນທຶກຊ່ວຍຈໍາປະຈໍາປີລະຫວ່າງແຂວງເຊກອງ ແລະແຂວງຈໍາປາສັກ (ປະເທດລາວ) ກັບແຂວງກວ໋າງນາມ. ພາຍຫຼັງຮໍ່າຮຽນເປັນເວລາ 10 ເດືອນ, ບັນດານັກສຶກສາໄດ້ສໍາເລັດສົກຮຽນພາສາຫວຽດນາມ ແລະກຽມເຂົ້າຮຽນສະເພາະຂະແໜງຢູ່ໂຮງຮຽນຕ່າງໆໃນບໍລິເວນແຂວງ.

ມະຫາວິທະຍາໄລກວ໋າງນາມ ໄດ້ຮັບມອບໝາຍໜ້າທີ່ຈາກຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ສອນພາສາຫວຽດນາມ ແລະສະເພາະຂະແໜງໃຫ້ແກ່ນັກສຶກສາລາວ. ໃນໄລຍະຈະມາເຖິງ, ໂຮງຮຽນສືບຕໍ່ຮັບເອົານັກສຶກສາລາວ ທີ່ມາຈາກແຂວງເຊກອງ ແລະແຂວງຈໍາປາສັກ.

ໂດຍ: ທູຈາງ