ໃນສົກຮຽນ 2022-2023, ໂຮງຮຽນໄດ້ວາງໜ້າທີ່ໃໝ່ທີ່ສູງກວ່າ; ແບບວິທີ ແລະຮູບແບບການຈັດການກໍ່ສ້າງນັບມື້ນັບເປີດກວ້າງ. ໂດຍເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ 67 ປີແຫ່ງວັນສ້າງສາ ແລະພັດທະນາ, ຄູອາຈານ ແລະນັກຮຽນຂອງໂຮງຮຽນພ້ອມກັນສາມັກຄີ, ມານະພະຍາຍາມ ແລະຕັດສິນໃຈບັນລຸຜົນງານໃຫ້ຫຼາຍ; ຖືການຍົກສູງຊີວິດທາງດ້ານວັດທະນະທຳ-ຈິດໃຈຂອງທະຫານ ແລະປະຊາຊົນຢູ່ເຂດພູດອຍ ແລະບໍລິເວນຍຸດທະສາດເປັນທິດນໍາໃຫ້ການສຶກສາ-ບໍາລຸງສ້າງ;...

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນເກົ໊າ  ມອບດອກໄມ້ຊົມເຊີຍໂຮງຮຽນທີ່ພິທີເປີດສົກຮຽນ 2022-2023 ແລະສະເຫຼີມສະຫຼອງ 67 ປີແຫ່ງວັນສ້າງຕັ້ງ. ພາບ: ເວືອງຮ່າ

ກ່າວຄຳເຫັນທີ່ພິທີເປີດສົກຮຽນໃໝ່, ທ່ານພົນຈັດຕະວາ ຫງວຽນວັນເກົ໊າ ໄດ້ຊົມເຊີຍມູນເຊື້ອອັນສະຫງ່າລາສີຂອງໂຮງຮຽນໃນຕະຫຼອດ 67 ປີຜ່ານມາ ແລະບັນດາຜົນງານ ແລະໝາກຜົນທີ່ບັນລຸໄດ້. ທ່ານພົນຈັດຕະວາ ຫງວຽນວັນເກົ໊າ ສະເໜີໃຫ້ໂຮງຮຽນສືບຕໍ່ຊີ້ນຳ, ນຳພາຊາບຊຶມຫັນທັດສະນະ, ແຜນນະໂຍບາຍ, ມະຕິ ແລະຄໍາສັ່ງຊີ້ນໍາຂອງພັກ, ລັດ ແລະຄະນະພັກການທະຫານສູນກາງກ່ຽວກັບການປ່ຽນແປງໃໝ່ການສຶກສາ-ບໍາລຸງສ້າງເປັນລະອຽດ; ປະຕິບັດຄວາມຮຽກຮ້ອງຕ້ອງການຮ່ຳຮຽນຮູ້ໄປຄຽງຄູ່ກັບປະຕິບັດຕົວຈິງ, ຕິດພັນກັບການສອນຄົນ, ສອນວິຊາຊີບຢ່າງມີປະສິດທິຜົນ, ຮັບປະກັນໃຫ້ນັກສໍາມະນາກອນຈົບການສຶກສາມີຄຸນນະທາດດີ ແລະມີຄວາມສາມາດຢ່າງພຽງພໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ທີ່ໄດ້ຮັບມອບໝາຍ.

ໂດຍ: ທະນາພອນ