leftcenterrightdel
ຄະນະຈັດຕັ້ງ ມອບທຸງທີ່ລະນຶກ ແລະທຶນການສຶກສາໃຫ້ຄະນະຜູ້ແທນເຂົ້າຮ່ວມ Festival. ພາບ: ຮຸ່ງຄວາ.

Festival ປີນີ້ຈະດໍາເນີນຮອດວັນທີ 6 ສິງຫາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 2.500 ຄົນ ເຊິ່ງແມ່ນຜູ້ຮັບຜິດຊອບກອງເຍົາວະຊົນ, ສະມາຊິກກອງເຍົາວະຊົນ, ເຍົາວະຊົນໃນທ່ົວປະເທດ. ເຫດການລວມມີການເຄື່ອນໄຫວທີ່ມີຄວາມໝາຍຕ່າງໆ, ຄື: ພິທີຖະຫວາຍທູບທຽນ, ດອກໄມ້ຕໍ່ປະທານໂຮ່ຈີມິນ, ງານວາງສະແດງພາບແຕ້ມ ແລະຜະລິດຕະພັນທີ່ມີຫົວຄິດປະດິດສ້າງ ແລະການເຄື່ອນໄຫວປະດິດສ້າງ, ສະແດງ flashmob, ການປະກວດແຕ້ມພາບ, ລາຍການສະແດງສິລະປະ...

ທີ່ພິທີໄຂ, ຄະນະຈັດຕັ້ງ ໄດ້ມອບທຶນການສຶກສາໃຫ້ແກ່ເຍົາວະຊົນ 124 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກຂອງທ້ອງຖິ່ນຕ່າງໆ ແລະມອບເງິນທີ່ມີມູນຄ່າ 1 ຕື້ດົ່ງ ໃຫ້ຄະນະຊາວໜຸ່ມນະຄອນໂຮ່ຈີມິນ, ກອງເຍົາວະຊົນນະຄອນໂຮ່ຈີມິນ ເພື່ອເບິ່ງແຍງດູແລໃຫ້ແກ່ເຍົາວະຊົນຖືກຜົນສະທ້ອນຈາກພະຍາດໂຄວິດ-19.

ໂດຍ: ທູຈາງ