leftcenterrightdel
ທ່ານພົນຈັດຕະວາ ດັ້ງຮົ່ງຈ້ຽນ ມອບໃບຍ້ອງຍໍໃຫ້ບຸກຄົນທີ່ປະຕິບັດສໍາເລັດໜ້າທີ່ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ. ພາບ: ເຟືອງລິງ.

ຊຸດຮຽນພາສາລັດເຊຍ K20 / ກະຊວງປ້ອງກັນປະເທດ  ມີນັກສໍາມະນາກອນ 56 ຄົນ ທີ່ມາຈາກບັນດາກົມກອງໃນທົ່ວກອງທັບ. ຊຸດຮຽນໄລຍະ 9 ເດືອນ, ລວມມີ 3 ໜ່ວຍກິດດ້ວຍ 1.052 ຊົ່ວໂມງຮຽນ, ນັກສໍາມະນາກອນ ໄດ້ຮຽນກ່ຽວກັບສຽງ, ຄໍາສັບ, ໄວຍາກອນ ເພື່ອກໍາເນີດບັນດາທັກສະ ຟັງ, ເວົ້າ, ອ່ານ, ຂຽນ ທີ່ບັນລຸມາດຕະຖານຂັ້ນ 3 ຂອບຄວາມສາມາດດ້ານພາສາຕ່າງປະເທດຫວຽດນາມ (ເທົ່າກັບລະດັບ B1 ຂອງເອີລົບ).

ພິເສດ, ທາງກົມກອງ ໄດ້ສົມທົບກັບສູນວິທະຍາສາດ ແລະວັດທະນະທໍາລັດເຊຍ ຈັດຕັ້ງບັນດາຊົ່ວໂມງຂຶ້ນຫ້ອງໂດຍອາຈານຊາວລັດເຊຍ, ຊ່ຽວຊານແຖວໜ້າດ້ານພາສາຮັບຜິດຊອບ. ສິ້ນສຸດຊຸດຮຽນ, ມີນັກສໍາມະນາກອນ 100% ບັນລຸຄາດໝາຍ, 44,7% ໄດ້ດີ ແລະເກັ່ງ; ມີ 24/56 ນັກສໍາມະນາກອນ (42,9%) ບັນລຸມາດຕະຖານ B1 ຕາມຂອບມາດຕະຖານຂອງເອີລົບ.

ໂດຍ: ໄຊຊະນະ