ຍົກສູງຄຸນນະພາບຖັນແຖວຄູ-ອາຈານໃນກອງທັບ
ກປ.ອອນໄລ - ໃນຊຸມປີຜ່ານມາ, ວຽກງານກໍ່ສ້າງຢູ່ວິທະຍາຄານ, ໂຮງຮຽນກອງທັບ ໄດ້ຊາບຊຶມ, ຜັນຂະຫຍາຍ, ປະຕິບັດມະຕິ, ຄຳ ແນະນໍາ, ຄໍາສັ່ງຊີ້ນໍາຂອງການນໍາກະຊວງປ້ອງກັນປະເທດກ່ຽວກັບວຽກງານການສຶກສາ ແລະກໍ່ສ້າງຢ່າງເຂັ້ມງວດ; ປະຕິບັດຖືກຕາມ ທິດນໍາທີ່ວ່າ “ຄຸນນະພາບການກໍ່ສ້າງຂອງໂຮງຮຽນແມ່ນຄວາມສາມາດກຽມພ້ອມສູ້ຮົບຂອງກົມກອງ” ແລະບັນດາຍຸດທະສາດ, ແຜນ ຮ່າງກ່ຽວກັບການສຶກສາ-ກໍ່ສ້າງ.
    |
 |
ຄູ-ອາຈານ ແລະນັກຮຽນການທະຫານວິທະຍາຄານເຕັກນິກການທະຫານ ຄົ້ນຄວ້າອຸປະກອນການຮຽນໃນຫ້ອງຮຽນສະເພາະ. ພາບ: qdnd.vn |
ວິທະຍາຄານ, ໂຮງຮຽນກອງທັບ ໄດ້ວາງອອກມາດຕະການຊີ້ນໍາ, ນໍາພາຍົກສູງຄຸນນະພາບການສຶກສາ-ກໍ່ສ້າງ; ເປັນເຈົ້າການປ່ຽນແປງໃໝ່, ດັດປັບຫຼັກສູດການກໍ່ສ້າງໃຫ້ສອດຄ່ອງກັບເປົ້າໝາຍ, ໃກ້ຊິດຕິດແທດກັບການອົບຮົມ-ຫັດແອບຕົວຈິງ, ການກຽມພ້ອມສູ້ຮົບຂອງກົມກອງ; ພິເສດແມ່ນເອົາໃຈໃສ່ວຽກງານກໍ່ສ້າງ, ຝຶກອົບຮົມ, ບໍາລຸງສ້າງຍົກສູງຄຸນນະພາບຖັນແຖວຄູ-ອາຈານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. ປັດຈຸບັນ ທົ່ວກອງທັບມີ ປະລິນຍາເອກເກືອບ 1.650 ທ່ານ, ປະລິນຍາໂທກວ່າ 6.000 ທ່ານ, ສາດສະດາຈານ 21 ທ່ານ, ຮອງສາດສະດາຈານ 332 ທ່ານ, ຄູປະຊາຊົນ 2 ທ່ານ, ນາຍຄູດີເດັ່ນ 40 ທ່ານ. ນີ້ເປັນກໍາລັງທີ່ມີການປະກອບສ່ວນສໍາຄັນເຂົ້າໃນການຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດ, ການສິດສອນ, ຮຽບຮຽງຕໍາລາສອນ, ເອກະສານຂອງວິທະຍາຄານ, ໂຮງຮຽນກອງທັບ.
ໂດຍ: ໄຊຊະນະ