ໃນບົດບັນທຶກຊ່ວຍຈຳສະບັບນີ້, ອົງການຂອງກະຊວງສຶກສາ ແລະກໍ່ສ້າງຮັບຜິດຊອບກ່ຽວກັບລາຍການປະຕິຮູບແຫ່ງຊາດໃນຂົງເຂດພາສາຕ່າງປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫຶວໂດະ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຢັ້ງຢືນວ່າ: ກະຊວງສຶກສາ ແລະກໍ່ສ້າງ ຍາມໃດກໍ່ສົ່ງເສີມ, ສ້າງເງື່ອນໄຂເພື່ອໃຫ້ຮາກຖານສຶກສາຫວຽດນາມ ແລະອັງກິດຮັດແໜ້ນການພົວພັນ, ສົມທົບກັນເຮັດວຽກເພື່ອຍົກສູງຄຸນນະພາບການຮຽນ-ການສອນຢູ່ຫວຽດນາມ ເວົ້າລວມ ແລະການສິດສອນພາຕ່າງປະເທດເວົ້າ ສະເພາະ. ໃນໄລຍະຈະມາເຖິງ, ສອງອົງການຈະສົມທົບກັນຈັດຕັ້ງການກວດກາຄືນບັນດາລາຍການຮ່ວມມືໃນສອງປີ ແລະເຫັນດີເປັນເອກະພາບຕໍ່ກຳນົດເວລາການຮ່ວມມືອີກໜຶ່ງປີ ຈົນຮອດເດືອນມັງກອນ 2022.

leftcenterrightdel
ຄະນະຄຸ້ມຄອງແຜນຮ່າງພາສາຕ່າງປະເທດແຫ່ງຊາດ-ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ເຊັນຂໍ້ຕົກລົງຕໍ່ກຳນົດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຜ່ານລະບົບທາງໄກກັບສະພາການສອບເສັງມະຫາວິທະຍາໄລ Cambridge. ພາບ: kinhtedothi.vn.

ການຮ່ວມມືລວມມີ: ຍົກສູງປະສິດທິຜົນການສິດສອນພາສາອັງກິດ ແລະບັນດາວິຊາທີ່ຮຽນ ແລະສອນດ້ວຍພາສາອັງກິດ; ຈັດຕັ້ງການເຄື່ອນໄຫວກໍ່ສ້າງ, ບຳລຸງສ້າງ, ກອງປະຊຸມ, ການສຳມະນາກ່ຽວກັບການຮຽນ-ການສອນ,  ການກວດກາ, ຕີລາຄາພາສາອັງກິດ ແລະບັນດາວິຊາທີ່ຮຽນ ແລະສອນດ້ວຍພາສາອັງກິດ.

ໂດຍ: ແສງເດືອນ