leftcenterrightdel
ທ່ານນາງ ຫງວຽນທິຢວານ ປະທານສະມາຄົມສົ່ງເສີມການສຶກສາຫວຽດນາມ ມອບໃບຍ້ອງຍໍໃຫ້ແກ່ບັນດາຮູບແບບການສຶກສາທີ່ດີເດັ່ນ. ພາບ: qdnd.vn

ທີ່ກອງປະຊຸມໃຫຍ່, ສະມາຄົມສົ່ງເສີມການສຶກສາຫວຽດນາມ ໄດ້ທົບທວນຄືນບັນດາຜົນງານດີເດັ່ນໃນການກໍ່ສ້າງຮູບແບບການສຶກສາໃນໄລຍະປີ 2016-2020. ສະມາຄົມສົ່ງເສີມການສຶກສາຫວຽດນາມ ໄດ້ວາງຄາດໝາຍສູ້ຊົນຮອດປີ 2025, ບັນດາຄາດໝາຍຮູບແບບການສຶກສາຈະເພີ່ມຂຶ້ນແຕ່ 10% ຫາ 20% ເມື່ອທຽບໃສ່ປີ 2020; ຜັນຂະຫຍາຍການສ້າງຮູບແບບ "ພົນລະເມືອງຮໍ່າຮຽນ"; ສືບຕໍ່ເສີມຂະຫຍາຍບົດບາດເປັນແກ່ນສານ, ສົມທົບກັບບັນດາອົງການ, ອົງການຈັດຕັ້ງ ແລະກຳລັງສັງຄົມ ເພື່ອໜູນຊ່ວຍບັນດາກິດຈະກຳສົ່ງເສີມການຮໍ່າຮຽນ ແລະສົ່ງເສີມຜູ້ທີ່ມີຄວາມເກັ່ງກ້າສາມາດດ້ວຍອັດຕາການໜູນຊ່ວຍສູງກວ່າປີກາຍ.

ເນື່ອງໃນໂອກາດນີ້, ສະມາຄົມສົ່ງເສີມການສຶກສາຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ແກ່ຮູບແບບການສຶກສາທີ່ດີເດັ່ນ 294 ແບບ, ມີຜົນງານທີ່ດີເດັ່ນໃນຂະບວນການແຂ່ງຂັນການສົ່ງເສີມການສຶກສາ ແລະສົ່ງເສີມຜູ້ທີ່ມີຄວາມເກັ່ງກ້າສາມາດໃນສົກປີ 2016-2020.

ໂດຍ: ກວຽດເຕິມ