ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຖືວ່າເພື່ອໃຫ້ຫວຽດນາມກາຍເປັນ “ມັງກອນ” ຂອງອາຊີໃນໄລຍະຈະມາເຖິງ, ໄວໜຸ່ມ, ນັກຮຽນ, ນັກສຶກສາຕ້ອງນຳໜ້າ, ບົນພື້ນຖານຄວາມມຸ່ງຫວັງ, ການສະແຫວງຫາຄວາມຮູ້ ແລະຄວາມອົງອາດກ້າຫານເພື່ອເຮັດບັນດາວຽກງານທີ່ຍັງບໍ່ມີຜູ້ໃດເຮັດ.

ທ່ານ ຫວູດຶກດາມ ຖືວ່າ, ຫວຽດນາມ ຈະຮັ່ງມີເຂັ້ມແຂງຖ້າຊາວຫວຽດນາມ ແຕ່ລະຄົນມີຈິດໃຈຮັກຊາດ ແລະມີຄວາມສາມັກຄີເພື່ອພ້ອມກັນສ້າງສາປະເທດຊາດ.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ຈ້ອງເຍິນ.

ໃນຂອບເຂດວັນບຸນໄດ້ດຳເນີນບັນດາການເຄື່ອນໄຫວ, ຄື: ງານວາງສະແດງບັນດາໂຄງການ Startup ຂອງນັກຮຽນ, ນັກສຶກສາຈາກບັນດາວິທະຍາໄລ, ໂຮງຮຽນຊັ້ນກາງໃນທົ່ວປະເທດ; ຮອບຊີງຊະນະເລີດການເສັງກ່ຽວກັບແນວຄວາມຄິດເລີ່ມທຸລະກິດສໍາລັບນັກຮຽນ, ນັກສຶກສາຂອງຂະແໜງສຶກສາວິຊາຊີບປີ 2020 (Startup Kite); ກອງປະຊຸມສຳມະນາການ “ຮ່ວມສຳພັນແຫຼ່ງກຳລັງທີ່ໜູນຊ່ວຍນັກຮຽນ, ນັກສຶກສາຂະແໜງສຶກສາວິຊາຊີບເລີ່ມທຸລະກິດໃນຍຸກ 4.0”.

ໂດຍ: ທະນາພອນ