ປີ 2020 ແມ່ນປີທີສິບສາມທີ່ການແຂ່ງຂັນໄດ້ຈັດຕັ້ງຢູ່ຫວຽດນາມ ແລະແມ່ນປີທີສອງທີ່ການແຂ່ງຂັນໄດ້ຮັບການເປີດກວ້າງເຖິງບັນດາປະເທດອາຊຽນ.  ການແຂ່ງຂັນໂດຍສະມາຄົມຄວາມປອດໄພດ້ານຂໍ້ມູນຂ່າວສານຫວຽດນາມ (VNISA) ເປັນປະທານ, ສົມທົບກັບກົມເຕັກໂນໂລຢີ-ຂໍ້ມູນຂ່າວສານ (ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ) ແລະກົມຄວາມປອດໄພດ້ານຂໍ້ມູນຂ່າວສານ (ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ) ຈັດຕັ້ງ, ແມ່ນກິດຈະກໍາໃນຂອບເຂດເຫດການປະຈໍາປີ “ວັນແຫ່ງຄວາມປອດໄພດ້ານຂໍ້ມູນຂ່າວສານຫວຽດນາມ” ປີ 2020.

leftcenterrightdel
ບັນດານັກສອບເສັງເຂົ້າຮ່ວມການແຂ່ງຂັນ. ພາບ: ກິມເຟື້ອງ.

ການແຂ່ງຂັນແນໃສ່ເປົ້າໝາຍໂຄສະນາ, ເຜີຍແຜ່, ຍົກສູງຄວາມຮູ້ ແລະຄວາມຮັບຜິດຊອບກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານຢູ່ບັນດາຮາກຖານສຶກສາ ແລະກໍ່ສ້າງຊັ້ນປະລິນຍາຕີິ; ພ້ອມທັງຍູ້ແຮງຂະບວນການຄົ້ນຄວ້າ, ຮໍ່າຮຽນ, ແລກປ່ຽນບົດຮຽນ, ອັບເດດຄວາມຮູ້ດ້ານເຕັກໂນໂລຢີທັນສະໄໝໃນຂົງເຂດຄວາມປອດໄພດ້ານຂໍ້ມູນຂ່າວສານ, ປະກອບສ່ວນປະຕິບັດແຜນຮ່າງ “ກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານເຖິງປີ 2020” (ແຜນຮ່າງ 99) ແລະແຜນຮ່າງ “ໂຄສະນາຍົກສູງຄວາມຮູ້, ຄວາມຮັບຜິດຊອບກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານເຖິງປີ 2020” (ໂຄງຮ່າງ 893).

ເປົ້າໝາຍເຂົ້າຮ່ວມການແຂ່ງຂັນແມ່ນນັກສຶກສາ, ນັກສໍາມະນາກອນທີ່ມາຈາກບັນດາໂຮງຮຽນວິທະຍາໄລ, ມະຫາວິທະຍາໄລ, ສະຖາບັນໃນທົ່ວປະເທດ ແລະບາງໂຮງຮຽນຂອງບັນດາປະເທດອາຊຽນ. ການແຂ່ງຂັນມີ 3 ຮອບ: ຮອບເລີ່ມຕົ້ນ, ຮອບຄັດເລືອກ ແລະຮອບຊະນະເລີດ.

ປີນີ້, ນັກອຸປະຖໍາຕົ້ນຕໍຂອງການແຂ່ງຂັນສືບຕໍ່ແມ່ນກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ແລະກຸ່ມບໍລິສັດໄປສະນີ-ໂທລະຄົມມະນາຄົມ (VNPT).

ໂດຍ: ທະນາພອນ