ຕາມນັ້ນແລ້ວ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທໍາມະຊາດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ມີນັກຮຽນ 3 ຄົນຍາດໄດ້ຫຼຽນ: ນ້ອງ ບຸ່ຍຮົ່ງດຶ໊ກ (ຫ້ອງ ມ.7) ຍາດໄດ້ຫຼຽນຄຳ; ນ້ອງ ຫວູຮວ່າງກຽນ (ຫ້ອງ ມ.7) ແລະ ເລກວາງຮຸຍ (ຫ້ອງ ມ.6) ຍາດໄດ້ຫຼຽນເງິນ; ນ້ອງ ເຈິ່ນກວາງແທັ່ງ (ຫ້ອງ ມ.7) ໂຮງຮຽນມັດທະຍົມຕອນປາຍລົງເລິກມະຫາວິທະຍາໄລສ້າງຄູຮ່າໂນ້ຍຍາດໄດ້ຫຼຽນທອງ.

leftcenterrightdel
ນັກຮຽນຫວຽດນາມ ທັງ 4 ຄົນລ້ວນແຕ່ຍາດໄດ້ຫຼຽນໃນການແຂ່ງຂັນໂອລີມປິກວິຊາຄອມພິວເຕີສາກົນ ຄັ້ງທີ 32. ພາບ: ກະຊວງສຶກສາ ແລະກໍ່ສ້າງຫວຽດນາມສະໜອງ.

ການແຂ່ງຂັນໂອລີມປິກວິຊາຄອມພິວເຕີສາກົນປີ 2020 ໄດ້ຈັດຕັ້ງຂຶ້ນຕາມຮູບການທາງອອນລາຍໃນລະຫວ່າງວັນທີ 13-23 ກັນຍາ. ທີມຫວຽດນາມ ເຮັດບົດສອບເສັງຢູ່ມະຫາວິທະຍາໄລເຕັກໂນໂລຢີ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ). ການແຂ່ງຂັນປີນີ້ມີນັກຮຽນ 343 ຄົນທີ່ມາຈາກ 87 ປະເທດ ແລະເຂດແຄ້ວນ. ດ້ວຍອັດຕາສ່ວນຍາດໄດ້ຫຼຽນ 100%, ຄະນະຫວຽດນາມ ຢູ່ໃນທອັບ 9 ປະເທດ ແລະເຂດແຄ້ວນຕາມຕາຕະລາງຈັດອັນດັບ.

ໂດຍ: ເຈິ່ນຮວ່ຽນ