ຕາມຂໍ້ຕົກລົງການຮ່ວມມືແລ້ວ, ມະຫາວິທະຍາໄລດ່ານັ້ງ ຈະກໍ່ສ້າງປະລິຍາຕີໃຫ້ນັກຮຽນທີ່ໄດ້ຮຽນຈົບມັດທະຍົມຕອນປາຍ ແລະປະລິນຍາໂທໃຫ້ນັກສໍາມະນາກອນທີ່ໄດ້ມີໃບປະກາດສະນີຍະບັດປະລິຍາຕີ ຫຼື ປະລິນຍາໂທຂອງລາວ ແລະກໍາປູເຈຍ, ຕອບສະໜອງເງື່ອນໄຂຢ່າງພຽງພໍກ່ຽວກັບພາສາ.

leftcenterrightdel
ພິທີລົງນາມບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດໃຫ້ລາວ ແລະກໍາປູເຈຍ. ພາບ: ລຶວເຮືອງ.

ເປົ້າໝາຍຂອງການຮ່ວມມືແມ່ນແນໃສ່ໜູນຊ່ວຍ, ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເໝາະສົມກັບຄວາມຕ້ອງການຂອງຂະແໜງອາຊີບ ແລະການພັດທະນາຂອງສອງປະເທດ, ຜ່ານນັ້ນພ້ອມກັບນະຄອນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ-ລາວ-ກໍາປູເຈຍ.

ທ່ານ ຮີ່ງດຶ໊ກເຈື່ອງ ຮອງຫົວໜ້າພະແນກພົວພັນຕ່າງປະເທດນະຄອນດ່ານັ້ງ ໃຫ້ຮູ້ວ່າ ບົດບັນທຶກຊ່ວຍຈໍາພາຍຫຼັງລົງນາມຈະໄດ້ນໍາໃຊ້ໃນສົກຮຽນໃໝ່ ແລະແມ່ນປະຖົມປັດໄຈເພື່ອພັດທະນາບັນດາໂຄງການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດຫຼາຍຮູບຫຼາຍແບບ ແລະຮອບດ້ານໃຫ້ບັນດາທ້ອງຖິ່ນລາວ ແລະກໍາປູເຈຍ ກວ່າອີກ.

ໄລ່ຮອດປະຈຸບັນ, ມີນັກຮຽນປະມານ 170 ຄົນພວມຮໍ່າຮຽນຢູ່ນະຄອນດ່ານັ້ງ ຕາມລາຍການທຶນການສຶກສາຂອງນະຄອນ. ບາງພະແນກ, ຄະນະ, ຂະແໜງການດ່ານັ້ງ ເລີ່ມຕົ້ນຮັບນັກສຶກສາລາວ ມາຝຶກງານກ່ຽວກັບຂົງເຂດຄຸ້ມຄອງ, ບໍລິຫານ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວສໍາຄັນ, ສ້າງພື້ນຖານຮ່ວມມືໃນຂົງເຂດການສຶກສາລະຫວ່າງດ່ານັ້ງ ແລະບັນດາທ້ອງຖິ່ນຂອງລາວ.

ໂດຍ: ເຈິ່ນຮວ່ຽນ