leftcenterrightdel
ທ່ານ ຟຸ່ງຊວນຍະ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ: ພາບ: baochinhphu.vn.

ທີ່ການເຮັດວຽກ, ທ່ານ ຟຸ່ງຊວນຍະ ໄດ້ສະເໜີໃຫ້ UNICEF ໜູນຊ່ວຍກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ປັບປຸງ, ເພີ່ມເຕີມລະບົບບົດສອນ, ຫຼັກສູດການຮຽນ-ການສອນລວມເພື່ອສອນທາງໂທລະພາບ; ຮ່ວມມື ແລະອຸປະຖໍາໃຫ້ວິວັດການປັບປຸງຊຸດມາດຖານໂຮງຮຽນປອດໄພ ເມື່ອນັກຮຽນກັບຄືນມາເຂົ້າໂຮງຮຽນ. ສ່ວນທ່ານນາງ Rana Flowers ໃຫ້ຮູ້ວ່າ UNICEF ໄດ້ລະດົມເງິນຈໍານວນ 800.000 ໂດລາສະຫະລັດ ເພື່ອໜູນຊ່ວຍຂະແໜງສຶກສາຂອງຫວຽດນາມ ຮັບມືກັບພະຍາດ Covid-19. ປັດຈຸບັນ, UNICEF ພວມຕັ້ງໜ້າແລກປ່ຽນກັບຄູ່ຮ່ວມມື, ບໍລິສັດເຕັກໂນໂລຢີຕ່າງໆ ເພື່ອສະໜອງວິທີການຮໍ່າຮຽນໂດຍບໍ່ເສຍຄ່າໃຫ້ແກ່ນັກຮຽນຫວຽດນາມ; ຊຸກຍູ້ລະບົບດີຈີຕອນໜູນຊ່ວຍໃຫ້ແກ່ການຮໍ່າຮຽນທາງອອນລາຍ ບໍ່ພຽງແຕ່ໃນສະພາບທີ່ເກີດພະຍາດເທົ່ານັ້ນ ຫາກຍັງໃນໄລຍະກາງ ແລະຍາວອີກດ້ວຍ...

ໂດຍ: ທູຈາງ