ນີ້ແມ່ນລາງວັນປະຈໍາປີໂດຍກະຊວງສຶກສາ ແລະກໍ່ສ້າງສົມທົບກັບກະຊວງວິທະຍາສາດ ແລະເຕັກໂນໂລຢີ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ຈັດຕັ້ງ.

leftcenterrightdel
ພິທີສະຫຼຸບ ແລະມອບລາງວັນ “ນັກສຶກສາຄົ້ນຄວ້າວິທະຍາສາດ” ປີ 2019. ພາບ: qdnd.vn.

ການແຂ່ງຂັນປີນີ້ໄດ້ດຶງດູດ 419 ຫົວຂໍ້ຄົ້ນຄວ້າຂອງນັກສຶກສາເຂົ້າຮ່ວມການແຂ່ງຂັນຢູ່ 6 ຂົງເຂດ. ໃນຮອບສຸດທ້າຍ, ບັນດາສະພາໄດ້ຈັດຕັ້ງການຕີລາຄາ 72 ຫົວຂໍ້ຕາມແຕ່ລະຂົງເຂດ ເພື່ອພິຈາລະນາຄັດເລືອກລາງວັນທີໜຶ່ງ ແລະລາງວັນທີສອງ, ໃນນັ້ນມີ 10 ຫົວຂໍ້ຍາດໄດ້ລາງວັນທີໜຶ່ງ ແລະ 62 ຫົວຂໍ້ຍາດໄດ້ລາງວັນທີສອງ. ເນື່ອງໃນໂອກາດນີ້,  10 ຫົວໜ່ວຍມີຜົນງານດີເດັ່ນໃນຂະບວນການຄົ້ນຄວ້າວິທະຍາສາດຂອງນັກສຶກສາໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ.

ໂດຍ: ທະນາພອນ