leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງ “ຮໍ່າຮຽນຕະຫຼອດຊີວິດ - ເບິ່ງຈາກການພິມຈໍາໜ່າຍໃນເຄິ່ງຕົ້ນສະຕະວັດທີ 20”. ພາບ: ມິງແອງ.

ສັບປະດາໄດ້ປຸກລະດົມເຖິງບັນດາອົງການ, ຫົວໜ່ວຍທີ່ສັງກັດກະຊວງສຶກສາ ແລະກໍ່ສ້າງ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ພະນັກງານ, ລັດຖະກອນ, ພາລະກອນ ຍົກສູງຄວາມຮັບຜິດຊອບໃນວຽກງານບໍາລຸງສ້າງ, ຄົ້ນຄວ້າ, ອ່ານເອງ, ຮຽນເອງ, ສ້າງວັດທະນະທໍາການອ່ານທີ່ມີປະສິດທິຜົນ, ປະກອບສ່ວນຍົກສູງຄວາມສາມາດໃນການປະຕິບັດງານຂອງຕົນ, ຕອບສະໜອງຄວາມຕ້ອງການປ່ຽນແປງໃໝ່ການສຶກສາ ແລະກໍ່ສ້າງ. ກໍ່ໃນຂອບເຂດລາຍການ, ກະຊວງສຶກສາ ແລະກໍ່ສ້າງ ໄດ້ປຸກລະດົມການກໍ່ສ້າງຕູ້ປື້ມຮໍ່າຮຽນຕະຫຼອດຊີວິດຢູ່ກະຊວງ ແລະແນະນໍາຮ້ານວາງສະແດງຊຸດປື້ມທີ່ລໍ້າຄ່າຈຳນວນໜຶ່ງດ້ວຍຫົວຂໍ້ “ຮໍ່າຮຽນຕະຫຼອດຊີວິດ-ເບິ່ງຈາກການພິມຈໍໍາໜ່າຍໃນເຄິ່ງຕົ້ນສະຕະວັດທີ 20”.

ໂດຍ: ໄຊຊະນະ