ໃນຊຸມປີມໍ່ໆມານີ້, ມະຫາວິທະຍາໄລສ້າງຄູ-ເຕັກນິກວີງ ໄດ້ສົມທົບການສຶກສາ-ກໍ່ສ້າງສາກົນກັບສປປ ລາວ ເປັນປະຈໍາ. ໃນນັ້ນ, ໄດ້ລົງນາມໃນການຮ່ວມມືກັບກະຊວງສຶກສາທິການ ແລະກິລາລາວ, ພະແນກສຶກສາທິການ ແລະກິລານະຄອນຫຼວງວຽງຈັນ, ບັນດາແຂວງບໍລິຄໍາໄຊ, ຊຽງຂວາງ, ຫົວພັນ... ເພື່ອກໍ່ສ້າງນັກສຶກສາສັງກັດບັນດາຂະແໜງເຕັກນິກ, ສ້າງຄູ. ປະຈຸບັນ, ມະຫາວິທະຍາໄລສ້າງຄູ-ເຕັກນິກວີງ ໄດ້ກໍ່ສ້າງນັກສຶກສາຕ່າງປະເທດກວ່າ 300 ຄົນດ້ວຍລະດັບ: ປະລິຍາໂທ, ປະລິຍາຕີ, ວິທະຍາໄລ, ວິຊາອາຊີບ ແລະຮຽນພາສາຫວຽດນາມ.

leftcenterrightdel
ອະທິການບໍດີມະຫາວິທະຍາໄລສ້າງຄູ-ເຕັກນິກວີງ ມອບຂອງຂວັນເປັນທີ່ລະນຶກໃຫ້ຜູ້ຕາງໜ້າສະຖານທູດ ສປປ ລາວ ປະຈໍາຫວຽດນາມ. ພາບ: ມິຮ່າ.

ທີ່ການເຮັດວຽກ, ການນໍາໂຮງຮຽນໄດ້ແນະນໍາກ່ຽວກັບບັນດາລາຍການກໍ່ສ້າງໃນປີ 2019. ໂຮງຮຽນກໍ່ແຈ້ງໃຫ້ຮູ້ກ່ຽວກັບແຜນການພັດທະນາຂອງໂຮງຮຽນ, ບັນດາໂຄງການທຶນສຶກສາ, ບັນດາທຶນໜູນຊ່ວຍໃຫ້ນັກສຶກສາສາກົນ. ໃນໄລຍະຈະມາເຖິງ, ການຮ່ວມມືກໍ່ສ້າງໄດ້ຮັບການຜັນຂະຫຍາຍຢ່າງແທດຈິງກວ່າ, ອີງໃສ່ຄວາມຕ້ອງການນໍາໃຊ້ຊັບພະຍາກອນມະນຸດຂອງປະເທດເພື່ອນມິດລາວ.

ໂດຍ: ທະນາພອນ