leftcenterrightdel
ລາຍການສະແດງສິລະປະຂໍ່ານັບຮັບຕ້ອນພິທີສະເຫຼີມສະຫຼອງ. ພາບ: vov.vn

ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອຕໍ່ສູ້ຢ່າງອົງອາດກ້າຫານຂອງຂະບວນການ​ລຸກຮືຂຶ້ນຂອງຊາວກະສິກອນໄຕເຊີນ ໃນທ້າຍສະຕະວັດທີ XVIII. ໃນນັ້ນ, ກະສັດກວາງຈຸງ-ຫງວຽນເຫ້ວ, ການນຳດີເດັ່ນ, ຜູ້ນຳຂະບວນການ​ລຸກຮືຂຶ້ນຂອງຊາວກະສິກອນພັດທະນາກາຍເປັນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຂອບຂະໜາດປະຫວັດສາດ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນຕວ໊ນແທັງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງຢາລາຍ ໃຫ້ຮູ້ວ່າ ດ້ວຍຄວາມໄວ້ເນື້ອເຊື່ອໃຈໃໝ່, ບັນຍາກາດໃໝ່, ແຂວງຢາລາຍ ຮຽກຮ້ອງພໍ່ແມ່ປະຊາຊົນ, ສະຫາຍ, ພະນັກງານ, ນັກຮົບ ແລະປະຊາຄົມວິສາຫະກິດໃນແຂວງສືບຕໍ່ຮ່ວມແຮງຮ່ວມໃຈ, ຍາດແຍ່ງກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ 2026 ຢ່າງມີໄຊ, ຈັດຕັ້ງສຳເລັດປີທ່ອງທ່ຽວແຫ່ງຊາດ 2026.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ