ງານພົບປະແລກປ່ຽນສິລະປະ ຫວຽດນາມ-ກໍາປູເຈຍ
ກປ.ອອນໄລ - ງານພົບປະແລກປ່ຽນສິລະປະ ຫວຽດນາມ-ກໍາປູເຈຍ ຢູ່ແຂວງວິ້ງລອງ ໄດ້ເຊີດຊູຈຸດສວຍງາມວັດທະນະທໍາ, ຮັດແໜ້ນນໍ້າໃຈມິດຕະພາບໃນຂອບເຂດສັບປະດາວັດທະນະທຳກໍາປູເຈຍ ຢູ່ຫວຽດນາມ ປີ 2025.
    |
 |
ລາຍການສະແດງສິລະປະຂອງຄະນະສິລະປະແຂວງວິ້ງລອງ. ພາບ: ສໍານັກຂ່າວສານຫວຽດນາມ |
ຕອນຄໍ່າວັນທີ 13 ມິຖຸນາ, ຢູ່ແຂວງວິ້ງລອງ, ຄະນະກຳມະການປະຊາຊົນແຂວງວິ້ງລອງ ໄດ້ສົມທົບກັບຄະນະກະຊວງວັດທະນະທຳ ແລະສິລະປະລາຊະອານາຈັກກໍາປູເຈຍ ຈັດຕັ້ງລາຍການພົບປະແລກປ່ຽນສິລະປະ ຫວຽດນາມ-ກໍາປູເຈຍ. ລາຍການດັ່ງກ່າວນອນໃນຂອບເຂດສັບປະດາວັດທະນະທຳກໍາປູເຈຍ ຢູ່ຫວຽດນາມ ປີ 2025.
ທີ່ລາຍການ, ນັກສິລະປະກອນຂອງແຂວງວິ້ງລອງ ໄດ້ສະແດງລາຍການສິລະປະທີ່ມີຈຸດທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ, ຄື: ຟ້ອນລຳຍ້ອງຍໍນໍ້າໃຈມິດຕະພາບຍາມໃດກໍ່ສະໜິດຕິດພັນລະຫວ່າງສອງຊາດ ຫວຽດນາມ-ກໍາປູເຈຍ...
ນັກສິລະປິນ, ນັກສະແດງຂອງຄະນະສິລະປະກໍາປູເຈຍ ໄດ້ສະແດງຫຼາຍລາຍການສິລະປະເຕັມໄປດ້ວຍສັນຍາລັກວັດທະນະທໍາກ່ຽວກັບປະເທດ ແລະຊາວກໍາປູເຈຍ, ຄື: ຟ້ອນກອງ...
ໂດຍ: ເຈິ່ນຮວ່ຽນ