ດ້ວຍຫົວຂໍ້ “ຫວຽດນາມ - ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊົນຊາດ”, ຄະນະຈັດຕັ້ງໄດ້ຮັບ 24 ບົດນິພົນຂອງນັກສິລະປິນທີ່ມາຈາກບັນດາທ້ອງຖິ່ນ, ຄື: ອານຢາງ, ຕ່ຽນຢາງ, ລອງອານ, ບິ່ງເຢືອງ, ດົ່ງນາຍ ແລະນະຄອນໂຮ່ຈີມິນ.

leftcenterrightdel
ຜູ້ຊົມຢ້ຽມຊົມບັນດາບົດນິພົນສິລະປະປະຕິມາກຳດ້ວຍໝາກໄມ້ທີ່ງານປະກວດ. ພາບ: ເທືອງເລ.

ບົດນິພົນຫຼາຍຢ່າງແຜ່ຂະຫຍາຍສານກ່ຽວກັບຄາດຫວັງ​ບືນ​ຕົວ​ຂຶ້ນ, ຄວາມພາກພູມໃຈ ແລະສີສັນຊົນຊາດ. ໝາກຜົນ, ລາງວັນທີ 1 ຂອງກຸ່ມ A ໄດ້ໄປເຖິງບົດນິພົນ “ສວຍຕຽນ ອວຍພອນສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ - ສັງກາດໃໝ່, ຂຶ້ນສູ່ລະດັບສູງໃໝ່ຂອງປະເທດ”, ລາງວັນທີ 1 ຂອງກຸ່ມ B ແມ່ນບົດນິພົນ “ສັນຍາລັກປະຫວັດສາດ” ແລະລາງວັນທີ 1 ຂອງກຸ່ມ C ແມ່ນບົດນິພົນ “50 ປີແຫ່ງວັນປົດປ່ອຍພາກໃຕ້ - ໂຮມປະເທດຊາດເປັນເອກະພາບ”. ປະຈຸບັນ, ພະແນກວັດທະນະທຳ ແລະກິລານະຄອນໂຮ່ຈີມິນ ແລະເຂດທ່ອງທ່ຽວວັດທະນະທຳສວຍຕຽນ ພວມມານະພະຍາຍາມສ້າງພື້ນຖານ, ເພື່ອສິລະປະປະຕິມາກຳດ້ວຍໝາກໄມ້ກາຍເປັນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ.

ໂດຍ: ຈາງຫງວຽນ