ດ້ວຍໄລຍະເວລາ 1 ອາທິດ, ລາຍການສະແດງສິລະປະຟ້ອນຕຸກກະຕາທີ່ເປັນເອກະລັກຂອງຊາດໄດ້ສ້າງຄວາມປະທັບໃຈ, ຮັບໄດ້ຄວາມຮັກແພງຈາກປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ແລະບັນດາເພື່ອນມິດຍີ່ປຸ່ນ.

ນັກສິລະປິນດີເດັ່ນ ເຈິ່ນແທງຮ່ຽນ, ຫົວໜ້າໂຮງລະຄອນຟ້ອນຕຸກກະຕາ ທັງລອງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອໄດ້ຮັບຄວາມຮັກແພງ ແລະສຽງຕົບມືຊົມເຊີຍຈາກຜູ້ຊົມພາຍຫຼັງການສະແດງແຕ່ລະຄັ້ງ. ມີຜູ້ຊົມຊາວຍີ່ປຸ່ນ ມາຈັບມື, ຊົມເຊີຍພວກຂ້າພະເຈົ້າ ແລະເວົ້າວ່າ ໄດ້ມາທ່ອງທ່ຽວຢູ່ຮ່າໂນ້ຍ ແລະຊົມການສະແດງລະຄອນຟ້ອນຕຸກກະຕານ້ຳ ຢູ່ໂຮງລະຄອນທີ່ຢູ່ໃກ້ກັບໜອງຮວ່ານກຽມ. ເຂົາເຈົ້າປະທັບໃຈ ແລະຊົມເຊີຍວ່າ ບັນດານັກສິລະປິນສະແດງເກັ່ງຫຼາຍ, ສາມາດຄວບຄຸມຕຸກກະຕາເພື່ອເລົ່າເລື່ອງວັດທະນະທຳທີ່ເປັນເອກະລັກສະເພາະ”.

ໂຮງລະຄອນຟ້ອນຕຸກກະຕາ ທັງລອງ ຖືກຄັດເລືອກເປັນຄະນະສິລະປະພື້ນເມືອງຕາງໜ້າໃຫ້ຫວຽດນາມ ໄປເຂົ້າຮ່ວມງານບຸນ ຫວຽດນາມ ຄັ້ງທີ 17 ຢູ່ ຍີ່ປຸ່ນ. ນີ້ແມ່ນການເຄື່ອນໄຫວປະຈຳປີ (ເລີ່ມແຕ່ປີ 2008) ແລະໄດ້ກາຍເປັນເຫດການທີ່ສ້າງກາລະໂອກາດເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການພົບປະແລກປ່ຽນວັດທະນະທຳ, ການທ່ອງທ່ຽວລະຫວ່າງສອງປະເທດ.

leftcenterrightdel
ລາຍການສະແດງຟ້ອນຕຸກກະຕາເທິງບົກຂອງນັກສິລະປິນ ແລະນັກສະແດງຢູ່ຍີ່ປຸ່ນ. ພາບ: ງອກລິງ.

ໂຮງລະຄອນຟ້ອນຕຸກກະຕາ ທັງລອງ ໄດ້ສ້າງລາຍການສະແດງສິລະປະດ້ວຍຫົວຂໍ້ “ນ້ຳໃຈໄມຕີຈິດມິດຕະພາບ ຫວຽດນາມ - ຍີ່ປຸ່ນ”, ແບ່ງອອກເປັນ 2 ພາກ, ຄື: ພາກທີ I ໃຊ້ເວລາປະມານ 30 ນາທີ, ດ້ວຍບັນດາລາຍການສະແດງຟ້ອນຕຸກກະຕານ້ຳທີ່ເປັນເອກະລັກຕິດພັນກັບ “ເຄື່ອງໝາຍການຄ້າ” ຂອງໂຮງລະຄອນ, ຄື: “ເຊີດມັງກອນ”, “ເດັກນ້ອຍລ້ຽງຄວາຍເປົ່າຂຸ່ຍ”, “ການຫາປາ”, “ຟ້ອນຫົງ”...; ພາກທີ II ໃຊ້ເວລາ 50 ນາທີ, ແມ່ນລາຍການສະແດງດົນຕີພື້ນເມືອງ, ຟ້ອນລວມດ້ວຍບັນດາລາຍການສະແດງຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຫວຽດນາມ ແລະຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດ, ຄື: ລາຍການສົມທົບລະຫວ່າງການຟ້ອນຕຸກກະຕາ ແລະພິນສາຍດຽວ “ຫວຽດນາມ ສວຍງາມ”; ຟ້ອນຕຸກກະຕາ "ດອກສ້ຽວປ່າສີແດງ”...

ບັນດາລາຍການສະແດງແມ່ນໄດ້ສ້າງຂຶ້ນຢ່າງພິຖີພິຖັນ ແລະທັນສະໄໝ ແຕ່ຍັງເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍເອກະລັກຂອງຊາດ, ສະແດງໃຫ້ເຫັນການປະສົມປະສານກັນຢ່າງອ່ອນໂຍນລະຫວ່າງສິລະປະລະການຟ້ອນຕຸກກະຕາພື້ນເມືອງ ແລະດົນຕີພື້ນເມືອງຫວຽດນາມ.

ຕາມນັກສິລະປິນດີເດັ່ນ ເຈິ່ນແທງຮ່ຽນ ແລ້ວ, ການເຂົ້າຮ່ວມສະແດງໃນຂອບເຂດງານບຸນຫວຽດນາມ ຢູ່ຍີ່ປຸ່ນ ແມ່ນຄວາມເປັນກຽດ ແລະເອກອ້າງທະນົງໃຈຂອງບັນດານັກສິລະປິນ, ນັກສະແດງຂອງໂຮງລະຄອນຟ້ອນຕຸກກະຕາ ທັງລອງ, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ໂຄສະນາເຜີຍແຜ່ສິລະປະພື້ນເມືອງຫວຽດນາມ ເວົ້າລວມ, ສິລະປະຟ້ອນຕຸກກະຕາພື້ນເມືອງເວົ້າສະເພາະໃຫ້ປະຊາຊົນຍີ່ປຸ່ນ ກໍ່ຄືເພື່ອນມິດສາກົນ.

ໂດຍເລີ່ມຈາກຮາກຖານດັ້ງເດີມໄປສູ່ການເຂົ້າເຖິງລະດັບສາກົນ, ກວ່າເຄິ່ງສັດຕະວັດທີ່ຜ່ານມາ, ໂຮງລະຄອນຟ້ອນຕຸກກະຕາ ທັງລອງ ໄດ້ຢືນຢັນເຄື່ອງໝາຍການຄ້າແຖວໜ້າຂອງສິລະປະຟ້ອນຕຸກກະຕາຂອງປະເທດ, ກາຍເປັນຈຸດນັດພົບທີ່ຂາດບໍ່ໄດ້ຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດທີ່ຢາກຮັບຊົມສິ່ງຍອດຍິ່ງຂອງສິລະປະພື້ນເມືອງຫວຽດນາມ.

ໂຮງລະຄອນຟ້ອນຕຸກກະຕາ ທັງລອງ ໄດ້ສ້າງຂີດໝາຍດ້ວຍຜົນງານຫຼາຍຢ່າງ, ພົ້ນເດັ່ນແມ່ນເປັນໂຮງລະຄອນແຫ່ງດຽວໃນອາຊີ ທີ່ບັນລຸສະຖິຕິການສະແດງ 365 ວັນ/ປີ, ມີລາຍການສະແດງເກືອບ 2.000 ລາຍການ, ບາງຄັ້ງແມ່ນເຖິງ 7 – 8 ລາຍການ/ມື້; ນັກສິລະປິນສາມາດຫາເງິນລ້ຽງຊີບໄດ້ຈາກການສະແດງຂອງເຂົາເຈົ້າ.

ນັກສິລະປິນດີເດັ່ນ ເຈິ່ນແທງຮ່ຽນ ແບ່ງປັນວ່າ: “ນັ້ນແມ່ນຄວາມໄຝ່ຝັນຂອງນັກສິລະປິນທີ່ມີຄວາມຫຼົງໄຫຼໄລ່ຕາມ ແລະອົດທົນກັບສິລະປະພື້ນເມືອງ, ເຊິ່ງບໍ່ແມ່ນວ່າໂຮງລະຄອນໃດກໍ່ເຮັດໄດ້. ການປ່ຽນແປງໃໝ່, ປະດິດສ້າງສິລະປະ, ຖືພື້ນຖານວັດທະນະທຳທີ່ເປັນພື້ນຖານ, ສົມທົບລະຫວ່າງການຟ້ອນຕຸກກະຕາເທິງບົກ ແລະການຟ້ອນຕຸກກະຕານ້ຳ, ນັ້ນແມ່ນມາດຖານໃນສ້າງລາຍການສະແດງທີ່ໂຮງລະຄອນຍາມໃດກໍ່ວາງອອກ”.

ໂດຍ: ຈາງຫງວຽນ