ງານວາງສະແດງວັດທະນະທຳພຸດທະສາສະໜາ “ສະຖານທີ່ຂອງສິລະປະ ແລະຈິດວິນຍານ”
ກປ.ອອນໄລ - ວັນທີ 5 ພຶດສະພາ, ຄະນະວັດທະນະທໍາສູນກາງສະມາຄົມພຸດທະສາສະຫວຽດນາມ ໄດ້ໄຂງານວາງສະແດງວັດທະນະທໍາພຸດທະສາສະໜາ ດ້ວຍຫົວຂໍ້ “ສະຖານທີ່ຂອງສິລະປະ ແລະຈິດວິນຍານ” ຢູ່ສະຖາບັນພຸດທະສາສະໜາຫວຽດນາມ, ຊົມເຊີຍວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2025.
    |
 |
ງານວາງສະແດງວັດທະນະທຳພຸດທະສາສະໜາ “ສະຖານທີ່ຂອງສິລະປະ ແລະຈິດວິນຍານ”. ພາບ: sggp.org.vn |
ງານວາງສະແດງໄດ້ແນະນຳບັນດາວັດຖຸພັນ, ເຊິ່ງລວມມີ 4 ເນື້ອໃນ, ຄື: ພາສາພຸດທະສາສະໜາ, ເຄື່ອງນຸ່ງພຸດທະສາສະໜາ, ສະຖາປັດຕະຍະກຳພຸດທະສາສະໜາ ແລະມໍລະດົກວັດທະນະທຳພຸດທະສາສະໜາຫວຽດນາມ. ນັກທ່ອງທ່ຽວຍັງສາມາດຊື່ນຊົມພາບແຕ້ມກ່ຽວກັບປະຫວັດສາດຂອງພະພຸດທະເຈົ້າ, ວິວັດການສ້າງຮູບປັ້ນພື້ນເມືອງ, ສະຖານທີ່ສະມາທິ ແລະນັ່ງກິນຊາ, ຮູບແຕ້ມກ່ຽວກັບວັດຫວຽດນາມ, ເຄື່ອງດົນຕີ, ເອກະສານແຜ່ນໄມ້ບູຮານ... ງານວາງສະແດງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະຈຸດຄວາມງາມຂອງພຸດທະສາດສະໜາໃນອາລິຍະທໍາຂອງມວນມະນຸດ, ແຜ່ຂະຫຍາຍສານສັນຕິພາບ, ຄວາມກະລຸນາ ແລະການພັດທະນາແບບຍືນຍົງ.
ໃນວັນດຽວກັນ, ຄະນະວັດທະນະທຳສູນກາງສະມາຄົມພຸດທະສາສະຫວຽດນາມ ໄດ້ຈັດພິທີເຄົາລົບທຸງພຸດທະສາສະໜາ ດ້ວຍຂະໜາດ 500 ຕາແມັດ.
ໂດຍ: ທູຈາງ