leftcenterrightdel
ຜູ້ແທນຕັດແຖບຜ້າໄຂງານວາງສະແດງ. ພາບ: qdnd.vn

ເຂົ້າຮ່ວມພິທີໄຂມີບັນດາສະຫາຍ: ຫງວຽນຈ້ອງເຫງັຍ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ຫງວຽນແທັງຫງີ້, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ...

ງານວາງສະແດງໄດ້ດໍາເນີນຢູ່ຖະໜົນຍ່າງ ຫງວຽນເຫວ້, ຖະໜົນດົງເຄີ໋ຍ (ຕໍ່ໜ້າສວນສາທາລະນະຈີລັງ, ເມືອງ 1) ແຕ່ວັນທີ 27 ເມສາ ຫາວັນທີ 5 ພຶດສະພາ. ງານວາງສະແດງໄດ້ວາງສະແດງຮູບພາບກວ່າ 200 ຜົນງານໄດ້ສະແດງໃຫ້ເຫັນການເດີນທາງຕໍ່ສູ້ການປະຕິວັດຂອງທະຫານ ແລະປະຊາຊົນເຮົາໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ບົດຮຽນກ່ຽວກັບນໍ້າໃຈຮັກຊາດ, ເຈດຈໍານົງອົງອາດກ້າແກ່ນ, ມູນເຊື້ອວິລະຊົນ, ຄວາມສາມັກຄີ ແລະຄວາມເຊື່ອໝັ້ນໄຊຊະນະ. ງານວາງສະແດງຍັງໄດ້ສະແດງໃຫ້ເຫັນບັນດາຜົນງານອັນໃຫຍ່ຫຼວງ ແລະມີຈຸດພົ້ນເດັ່ນໃນການກິດຈະການປ່ຽນແປງໃໝ່, ພັດທະນາຂອງປະເທດຊາດ ແລະນະຄອນໂຮ່ຈີມິນ ໃນປະຈຸບັນ. ເນື້ອໃນຮູບພາບງານວາງສະແດງຍັງເຊີດຊູ, ສະແດງໃຫ້ເຫັນເຖິງການດໍາລົງຊີວິດ, ການອອກແຮງງານ, ດໍາເນີນຊີວິດ, ຝຶກຝົນຫຼໍ່ຫຼອມສູ້ຮົບຂອງທະຫານ ແລະປະຊາຊົນເຮົາພວມປົກປັກຮັກສາຊາຍແດນຂອງປະເທດຊາດທັງກາງເວັນ ແລະກາງຄືນ.

ໂດຍ: ເຈິ່ນຮວ່ຽນ