ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ
ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2025), ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ທີ່ຮ່າໂນ້ຍ, ໄດ້ຈັດບັນດາການເຄື່ອນໄຫວທີ່ໜ້າຈັບໃຈ.
    |
 |
ວາງສະແດງປື້ມກ່ຽວກັບປະທານໂຮ່ຈີມິນ. ພາບ: vov.vn |
ເປີດສາກແມ່ນງານວາງສະແດງ “ປະທານໂຮ່ຈີມິນ-ສິ່ງຍອດຍິ່ງຂອງຊາດ, ຂອບຂະໜາດຍຸກສະໄໝ” ຈັດຂຶ້ນແຕ່ວັນທີ 16 ພຶດສະພາ - ຮອດທ້າຍເດືອນມິຖຸນາປີ 2025 ຊື່ງໄດ້ວາງສະແດງຮູບພາບ, ເອກະສານທີ່ມີຄ່າເກືອບ 300 ຢ່າງທີ່ໄດ້ຮຽບຮຽງ, ຂຸດຄົ້ນຈາກບັນດາອົງການເກັບຮັກສາ, ຫໍພະພິຕະພັນ, ເຂດຮ່ອງຮອຍ, ຫໍສະໝຸດ, ອົງການສື່ມວນຊົນຢູ່ພາຍໃນ ແລະຕ່າງປະເທດ. ງານວາງສະແດງໄດ້ວາດພາບຄືນຊີວິດ, ພາລະກິດການປະຕິວັດຂອງປະທານໂຮ່ຈີມິນ.
ຍັງອີກງານວາງສະແດງໜຶ່ງກໍ່ແມ່ນຈຸດພົ້ນເດັ່ນຂອງບັນດາກິດຈະກຳສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແມ່ນງານວາງສະແດງຮູບພາບ, ເອກະສານກ່ຽວກັບລຸງໂຮ່ ຢູ່ທຳນຽບປະທານປະເທດ (1954-1969) ລວມມີ 135 ຢ່າງ. ໃນໂອກາດນີ້, ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ກໍ່ໄດ້ຈັດລາຍການຢ້ຽມຊົມມໍລະດົກໂຮ່ຈີມິນ ໃຫ້ແກ່ນັກຮຽນເຊັ່ນດຽວກັນ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ