leftcenterrightdel
ງານວາງສະແດງຮູບພາບເອກະສານ “ສາຍພົວພັນມິດຕະພາບແບບຍືນຍົງລະຫວ່າງ ອຸຊເບກິສຖານ ແລະຫວຽດນາມ”. ພາບ: ສໍານັກຂ່າວສານຫວຽດນາມ

ງານວາງສະແດງໄດ້ແນະນໍາຮູບພາບເອກະສານກ່ຽວກັບການຢ້ຽມຢາມຂອງຄະນະຜູ້ແທນຫວຽດນາມ, ການເຂົ້າຮ່ວມຂອງຜູ້ຕາງໜ້າສອງປະເທດທີ່ງານມະຫາກຳຮູບເງົາສາກົນບັນດາປະເທດອາຊີ, ອາຟະລິກາ ແລະອາເມລິກາລາຕິນ ແລະການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດໃນຂົງເຂດບຳລຸງສ້າງມະຫາວິທະຍາໄລ.

ງານວາງສະແດງໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ, ນັກວິທະຍາສາດ, ນັກສຶກສາມະຫາວິທະຍາໄລຢູ່ນະຄອນຫຼວງ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ Tashkent.

ໂດຍ: ເຈິ່ນຮວ່ຽນ