ບັນດາກິດຈະກຳເດືອນ “ສີສັນວັດທະນະທຳບັນດາເຜົ່າຫວຽດນາມ” ດໍາເນີນຢ່າງຟົດຟື້ນ
ກປ.ອອນໄລ - ແຕ່ວັນທີ 1 ເມສາ ຫາວັນທີ 4 ພຶດສະພາ, ຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົງໂມ, ເຊີນໄຕ, ຮ່າໂນ້ຍ), ໄດ້ດໍາເນີນບັນດາກິດຈະກຳເດືອນເມສາ ດ້ວຍຫົວຂໍ້ “ສີສັນວັດທະນະທຳບັນດາເຜົ່າຫວຽດນາມ” ຕອບສະໜອງເຊີດຊູວັນວັດທະນະທຳບັນດາເຜົ່າຫວຽດນາມ (ວັນທີ 19 ເມສາ).
ຈຸດພົ້ນເດັ່ນຂອງບັນດາກິດຈະກຳເດືອນເມສາ ລວມມີ: ລາຍການ “ພົບປະເຂດພູສູງ”, ວາດພາບບັນຍາກາດຕະຫຼາດນັດເຂດພູສູງບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ, ຕາເວັນອອກສ່ຽງເໜືອ, ແນໃສ່ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບບັນຍາກາດຕະຫຼາດນັດເຂດພູສູງ, ຊິມອາຫານ, ອາຫານພື້ນເມືອງ, ວັດທະນະທຳຊົນເຜົ່າ, ການລະຫຼີ້ນພື້ນເມືອງຂອງບັນດາເຜົ່າເຂດພູສູງປະຕິບັດ. ບັນຍາກາດຕະຫຼາດນັດດ້ວຍຮ້ານວາງສະແດງກວ່າ 40 ຮ້ານທີ່ມາຈາກບັນດາແຂວງ, ຄື: ລາຍເຈົາ, ເຊີນລາ, ດ້ຽນບຽນ, ຮ່າຢາງ, ຮວ່າບິ່ງ, ໄທງວຽນ, ບາວີ (ຮ່າໂນ້ຍ)… ດ້ວຍບັນດາຜະລິດຕະພັນຂອງທ້ອງຖິ່ນ, ຄື: ເຫຼົ້າ, ເຄື່ອງເທດ, ຢາພື້ນເມືອງ, ໜໍ່ໄມ້ແຫ້ງ, ເສັ້ນລ້ອນ, ນໍ້າເຜິ້ງ... ລາຍການຍັງມີການສົມທົບກັບບັນຍາກາດການໄປຕະຫຼາດນັດ, ການລະຫຼີ້ນຕິດກັບການເຄື່ອນໄຫວກອນລຳ, ການລະຫຼີ້ນພື້ນເມືອງ, ຊິມອາຫານ...
ໂດຍ: ເຈິ່ນຮວ່ຽນ