ເປີດປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025
ກປ.ອອນໄລ - ຕອນຄໍ່າວັນທີ 25 ມີນາ, ຢູ່ນະຄອນ ເຫ້ວ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນນະຄອນ ເຫ້ວ ຈັດຕັ້ງພິທີເປີດປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ດ້ວຍຫົວຂໍ້ “ເຫ້ວ - ເມືອງຫຼວງເກົ່າ, ກາລະໂອກາດໃໝ່”.
ເຂົ້າຮ່ວມພິທີເປີດມີສະຫາຍ ເຈິ່ນເກິມຕູ, ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ. ເຂົ້າຮ່ວມຍັງມີບັນດາສະຫາຍກໍາມະການສູນກາງພັກ: ມາຍວັນຈິ໊ງ, ຮອງນາຍົກລັດຖະມົນຕີ; ຫວູຮົ່ງແທ່ງ, ຮອງປະທານສະພາແຫ່ງຊາດ; ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ຫົວໜ້າຄະນະຊີ້ນຳປີທ່ອງທ່ຽວແຫ່ງຊາດ; ເລເຈື່ອງລືວ, ເລຂາພັກນະຄອນ, ປະທານສະພາປະຊາຊົນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນເຫ້ວ.
    |
 |
ລາຍການສະແດງສິລະປະຕ້ອນຮັບປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025. ພາບ: qdnd.vn |
ພິທີເປີດປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ແມ່ນເຫດການເປີດສາກໃຫ້ແກ່ການເຄື່ອນໄຫວທາງດ້ານວັດທະນະທຳ, ກິລາ ແລະທ່ອງທ່ຽວ ທີ່ດໍາເນີນໄປທົ່ວທຸກແຂວງ, ນະຄອນໃນທົ່ວປະເທດ. ນີ້ກໍ່ແມ່ນເຫດການໝັ້ນໝາຍວ່າ ຈະນໍາພາເຫ້ວ ໃຫ້ກາຍເປັນຈຸດສຸມແຫ່ງການທ່ອງທ່ຽວ, ວັດທະນະທຳຂອງ ຫວຽດນາມ ແລະພາກພື້ນ, ປະກອບສ່ວນໂຄສະນາ, ສົ່ງແຮງບັນດານໃຈແຫ່ງການທ່ອງທ່ຽວໄປເຖິງປະຊາຊົນ, ສ້າງກຳລັງໜູນຊຸກຍູ້ຂະແໜງທ່ອງທ່ຽວໃຫ້ຟື້ນຟູ ແລະພັດທະນາຢ່າງວ່ອງໄວ ແລະຍືນຍົງ. ຕາມນັ້ນແລ້ວ, ປີທ່ອງທ່ຽວແຫ່ງຊາດ 2025 ຈະດຳເນີນໄປດ້ວຍບັນດາການເຄື່ອນໄຫວທີ່ຟົດຟື້ນຫຼາຍຢ່າງຢູ່ນະຄອນ ເຫ້ວ ແລະຫຼາຍແຂວງ, ນະຄອນໃນທົ່ວປະເທດ, ຕາມທິດ “ສົມທົບກໍາລັງແຮງ, ທະວີຄູນທ່າໄດ້ປຽບ, ແຫຼ່ງທີ່ມາຂອງຄວາມສໍາເລັດ”, ໃນນັ້ນມຸ່ງໄປເຖິງການຈັດຕັ້ງບັນດາເຫດການຕອບສະໜອງຢ່າງແທດຈິງ, ມີກຳລັງແຜ່ຂະຫຍາຍ, ຄື: ສັບປະດາວັດທະນະທຳ-ທ່ອງທ່ຽວ, ງານບຸນອາຫານການກິນ, ບັນດາກິດຈະກຳສິລະປະ...
ໂດຍ: ທະນາພອນ