ລາຍການດັ່ງກ່າວໄດ້ຈັດສ້າງຢ່າງອະລັງການ, ລວມມີ 3 ພາກ: ທ້ອນໂຮມປະເທດຊາດເປັນເອກະພາບ; ສ້າງວັນໃຫມ່; ຫວຽດນາມ - ຄວາມຄາດຫວັງອັນແຮງກ້າ. ຈຸດພົ້ນເດັ່ນຂອງລາຍການແມ່ນການສົມທົບກັນລະຫວ່າງຮູບແບບສິລະປະການຟ້ອນ, ດົນຕີ, ລະຄອນ, ການວາດພາບບັນດາເຫດການປະຫວັດສາດທີ່ອົງອາດກ້າຫານຢ່າງມີຊີວິດຊີວາຂອງຊາດຫວຽດນາມແຕ່ປີ 1945 ຈົນມາຮອດປະຈຸບັນ; ສຸມໃສ່ການຢືນຢັນຖານະບົດບາດ, ທີ່ຕັ້ງ, ຂອບຂະໜາດ, ຄວາມໝາຍ, ຄຸນຄ່າຂອງໄຊຊະນະ ດ້ຽນບຽນຝູ ແລະ ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້,   ທ້ອນໂຮມປະເທດຊາດເປັນເອກະພາບ ເຊິ່ງຈຸດສູງສຸດແມ່ນບັ້ນຮົບໂຮ່ຈີມິນ ປະຫວັດສາດ.

leftcenterrightdel
ລາຍການສະແດງສິລະປະໃນລາຍການສະແດງ "ບົດເພງໄຊດັງກ້ອງສະໜັ່ນຕະຫຼອດໄປ". ພາບ: qdnd.vn

ມູນເຊື້ອທີ່ອົງອາດກ້າຫານນັ້ນແມ່ນກຳລັງໜູນ, ແມ່ນຄວາມເຊື່ອໝັ້ນ ເພື່ອໃຫ້ທະຫານ ແລະປະຊາຊົນນະຄອນ ເວົ້າສະເພາະ ແລະທົ່ວປະເທດເວົ້າລວມ ມານະພະຍາຍາມຕັດສິນໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະຕິບັດວຽກງານນະໂຍບາຍເປັນຢ່າງດີ, ຊຸກຍູ້ພາລະກິດປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງ, ກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ມີຄວາມສີວິໄລ, ທັນສະໄໝ, ສາຍຈິດມິດໃຈ; ມຸ່ງໄປເຖິງເປົ້າໝາຍສ້າງສາ ແລະພັດທະນາປະເທດຫວຽດນາມ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ກ້າວຂຶ້ນສັງຄົມນິຍົມ ຢ່າງໝັ້ນຄົງ.

ໂດຍ: ທະນາພອນ