ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທງບິ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ຢັ້ງຢືນວ່າ 15 ປີຜ່ານມາ, ລັງໂກ ໄດ້ມີການພັດທະນາຢ່າງກະໂດດຂັ້ນ ເມື່ອດຶງດູດໄດ້ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ; ກາຍເປັນຈຸດນັດພົບທີ່ໄດ້ຮັບຄວາມນິຍົມ ຈາກບັນດານັກລົງທຶນດ້ານການທ່ອງທ່ຽວ, ການບໍລິການທັງພາຍໃນປະເທດ ແລະ ສາກົນ, ມີຫຼາຍໂຄງການທີ່ມີຂອບຂະໜາດໃຫຍ່ໄດ້ ແລະ ພວມໄດ້ຮັບການດຳເນີນກໍ່ສ້າງ. ປັດຈຸບັນ, ແຂວງເທື່ອທຽນເຫວ້ ພວມສຸມໃສ່ລົງທຶນພັດທະນາພື້ນຖານໂຄງລ່າງ, ບົນເນື້ອໃນຈິດໃຈສືບຕໍ່ປົກປັກຮັກສາບັນດາຄຸນຄ່າຂອງທຳມະຊາດ ແລະ ສິ່ງແວດລ້ອມທະເລ ລັງໂກ, ສົມທົບກັບການລົງທຶນພັດທະນາ, ເສີມຂະຫຍາຍຄຸນຄ່າອ່າວ ລັງໂກ ທີ່ສວຍງາມ ຢ່າງມີປະສິດທິຜົນ ແລະ ຍືນຍົງ.

leftcenterrightdel
ທ່ານ ຫງວຽນແທງບິ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້. ພາບ: dangcongsan.vn

ບັນດາກິດຈະກຳສະເຫຼີມສະຫຼອງ 15 ປີແຫ່ງວັນ ລັງໂກ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກນັ້ນ ໄດ້ດຳເນີນແຕ່ວັນທີ 10-12 ພຶດສະພາ, ດ້ວຍຫຼາຍເຫດການທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳເຂດພາກ, ເຊັ່ນ: ລາຍການສະແດງສິລະປະ, ການສະແດງໂດດຈ້ອງເວີ່ນເວຫາ, ລອຍກະໂທງ, ຊ່ວງເຮືອ SUP...

ໂດຍ: ກວຽດເຕິມ