ງານວາງສະແດງໄດ້ແນະນຳຊຸດສະແຕມອັນລ້ຳຄ່າ ແລະວັດຖຸພັນຕ່າງໆເຖິງປະຊາຊົນໃນນັ້ນມີ: ຊຸດສະແຕມໄປສະນີຕ່າງປະເທດ “ໂລກເຊີດຊູປະທານໂຮ່ຈີມິນ”; ຊຸດໄປສະນີບັດຂະໜາດໃຫຍ່ “ເສັ້ນທາງແຫ່ງໂຮ່ຈີມິນ ວິເສດ - ທະຫານເຈື່ອງເຊີນ ວິລະຊົນ”; ບັນດາວັດຖຸພັນດ້ວຍຫົວຂໍ້ປະທານ ໂຮ່ຈີມິນ ແລະທະຫານລຸງໂຮ່.

leftcenterrightdel
ມະຫາຊົນເຂົ້າຊົມງານວາງສະແດງ. ພາບ: qdnd.vn

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບໃຫ້ຄະນະຕິດຕໍ່ ເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ - ນະຄອນ ໂຮ່ຈີມິນ ຊຸດສະແຕມໄປສະນີ “ສະເຫຼີມສະຫຼອງ 50 ປີແຫ່ງວັນເປີດເສັ້ນທາງ ໂຮ່ຈີມິນ - ວັນມູນເຊື້ອຂອງທະຫານ ເຈື່ອງເຊີນ (ວັນທີ 19 ພຶດສະພາ 1959 / ວັນທີ 19 ພຶດສະພາ 2009) ໂດຍກະຊວງຖະແຫຼງຂ່າວ ແລະສື່ສານ ຈຳໜ່າຍຄັ້ງພິເສດໃນວັນທີ 19 ພຶດສະພາ 2009; ພ້ອມກັບຊຸດສະແຕມໄປສະນີກ່ຽວກັບນັກຮົບປະຕິວັດ ຮວ່າງເຖ໊ທ້ຽນ (1922-1995) ໂດຍກະຊວງຖະແຫຼງຂ່າວ ແລະສື່ສານ ຈຳໜ່າຍໃນວັນທີ 20 ຕຸລາ 2022. ຄະນະຈັດຕັ້ງກໍ່ໄດ້ມອບໃບຢັ້ງຢືນເຂົ້າຮ່ວມງານວາງສະແດງໃຫ້ຜູ້ທີ່ມີການປະກອບສ່ວນໃຫ້ແກ່ງານວວາງສະແດງ.

ໂດຍ: ທະນາພອນ