leftcenterrightdel
ລາຍການສະແດງສິລະປະໃນພິທີໄຂງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ງານບຸນບ້ານດອກບົວປີນີ້ ໄດ້ດຳເນີນດ້ວຍກິດຈະກຳທີ່ຫຼາກຫຼາຍຮູບແບບ ກ່ຽວກັບວັດທະນະທຳສິລະປະ ແລະກິລາ ທີ່ໄດ້ຮັບການລົງທຶນກະກຽມຢ່າງລອບຄອບຖີ່ຖ້ວນ. ເພື່ອແນໃສ່ຫັນເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄຸນນະພາບຂອງງານບຸນ, ລາຍການສະແດງຢູ່ທ້ອງຖະໜົນ ປີນີ້ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 17 ພຶດສະພາ ຢູ່ຖະໜົນຍ່າງ ນະຄອນວິງ, ໂດຍມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ, ນັກສິລະປະກອນເກືອບ 1000 ຄົນ ທີ່ມາຈາກ 20 ເມືອງ, ນະຄອນ ແລະກອງສິລະປະການ.

ໃນຂະນະນັ້ນ, ກິດຈະກຳວາງສະແດງຮູບພາບດ້ວຍຫົວຂໍ້ “ໂຮ່ຈີມິນ - ຊື່ຂອງເພິ່ນສວຍງາມທີ່ສຸດ” ດ້ວຍພາບເອກະສານເກືອບ 200 ແຜ່ນ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ຖືກຈັດຂຶ້ນແຕ່ວັນທີ 17-30 ພຶດສະພາ ຢູ່ສະໜາມຫຼວງ ໂຮ່ຈີມິນ, ນະຄອນວິງ, ແຂວງເງະອານ.

ແຫຼ່ງຄັດຈາກ: vovworld.vn