ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ ໄດ້ຢັ້ງຢືນວ່າ ງານບຸນບ້ານແຊນ ໄດ້ຈັດຂຶ້ນໃນເດືອນພຶດສະພາ ຂອງທຸກໆປີ ແມ່ນການເຄື່ອນໄຫວທາງການເມືອງ, ວັດທະນະທຳທີ່ມີຄວາມໝາຍສຳຄັນ ຕໍ່ຊີວິດຂອງປະຊາຊົນ ແນໃສ່ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ. ບັນດາກິດຈະກຳທີ່ໄດ້ຈັດຂຶ້ນໃນງານບຸນນີ້ ກໍເພື່ອຈຸດປະສົງໂຄສະນາເຜີຍແຜ່ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ, ສືບຕໍ່ຍູ້ແຮງ, ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງເພິ່ນ.

leftcenterrightdel
ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ. ພາບ: nghean.gov.vn.

ຈຸດພົ້ນເດັ່ນໃນຄ່ຳຄືນໄຂງານບຸນບ້ານແຊນປີ 2024 ແມ່ນລາຍການສະແດງສິລະປະ “ແສງອາທິດໃນທ້ອງຟ້າຫວຽດ”, ໂດຍກະຊວງຕຳຫຼວດ ຫວຽດນາມ ສົມທົບກັບແຂວງເງະອານ ຈັດຂຶ້ນ. ລາຍການດັ່ງກ່າວໄດ້ສ້າງຄວາມປະທັບໃຈ ແລະ ຄວາມຮູ້ສຶກອາລົມຈິດຫຼາຍຢ່າງຕໍ່ປະຊາຊົນ ແລະ ແຂກທ່ອງທ່ຽວ.

ງານບຸນປີນີ້ ໄດ້ຈັດຫຼາຍກິດຈະກຳນັບທັງທາງດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ເຊັ່ນ: ງານມະໂຫລານສຽງຂັບບ້ານແຊນ; ລາຍການສະແດງສິລະປະ, ການສະແດງຕຳຫຼວດມ້າເຄື່ອນທີ່ໄວ...

ງານບຸນດັ່ງກ່າວໄດ້ດຳເນີນຮອດວັນທີ 19 ພຶດສະພາ ຈຶ່ງອັດລົງ.

ແຫຼ່ງຄັດຈາກ: vovworld.vn