leftcenterrightdel
ການນຳສໍານັກພິມການເມືອງແຫ່ງຊາດ-ຊື້ເທີດ ມອບປຶ້ມໃຫ້ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ ແລະທ້ອງຖິ່ນຈຳນວນໜຶ່ງ. ພາບ: ຮວ່າງຮວ່າງ

ຊຸດປື້ມດັ່ງກ່າວໄດ້ພິມຈຳໜ່າຍເປັນພາສາຫວຽດນາມ ແລະສອງພາສາ 5 ສະບັບ, ຄື: ຫວຽດນາມ-ອັງກິດ, ຫວຽດນາມ-ຝຣັ່ງ, ຫວຽດນາມ-ແອັດສະປາຍ, ຫວຽດນາມ-ຈີນ, ຫວຽດນາມ-ອາຣັບ ເອັມມີເລັດ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຊອກຮູ້ ແລະຄົ້ນຄວ້າຂອງເພື່ອນຜູ້ອ່ານຫຼາຍຄົນຢູ່ພາຍໃນ ແລະຕ່າງປະເທດ.

ນີ້ແມ່ນສື່ສິ່ງພິມທີ່ມີຄຸນຄ່າທາງດ້ານວິທະຍາສາດ ແລະປະຫວັດສາດ; ຜ່ານບັນດາເອກະສານ ແລະຮູບພາບອັນລໍ້າຄ່າ, ໄດ້ສະແດງໃຫ້ເຫັນເຖິງຮູບພາບທີ່ລຽບງ່າຍແຕ່ສູງສົ່ງຂອງພົນເອກ ຫວໍຫງວຽນຢ໊າບ; ວາດພາບ, ຍົກໃຫ້ເຫັນບັນດາເຫດການ, ບາດລ້ຽວສຳຄັນໃນຊີວິດ ແລະພາລະກິດປະຕິວັດຂອງພົນເອກ. ຄຽງຄູ່ກັບການພິມຈຳໜ່າຍປຶ້ມ, ສໍານັກພິມການເມືອງແຫ່ງຊາດ-ຊື້ເທີດ ຍັງຈຳໜ່າຍປຶ້ມເອເລັກໂຕນິກໃນເວັບໄຊ sachquocgia.vn.

ໂດຍ: ເຈິ່ນຮວ່ຽນ