ວັນທີ 3 ພຶດສະພາ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດບັນດາເຫດການວາງສະແດງເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (ວັນທີ 7 ພຶດສະພາ 1954 – ວັນທີ 7 ພຶດສະພາ 2024).

leftcenterrightdel
ງານວາງສະແດ “ໄຊຊະນະດ້ຽນບຽນຝູ - ບົດເພງອະມະຕະຍຸກສະໄໝໂຮ່ຈີມິນ”. ພາບ: nhandan.vn

ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ທີ່ທຳນຽບປະທານປະເທດ, ໄດ້ໄຂງານວາງສະແດງຫົວເລື່ອງສະເພາະ “ໄຊຊະນະ ດ້ຽນບຽນຝູ - ບົດເພງອະມະຕະຍຸກສະໄໝໂຮ່ຈີມິນ”. ງານວາງສະແດງໄດ້ວາງສະແດງພາບຖ່າຍເອກະສານປະມານ 130 ແຜ່ນ, ແນະນຳບັນດາແງ່ມູມສັງເກດ, ການຕີລາຄາຢ່າງພາວະວິໄສກ່ຽວກັບຄຸນຄ່າປະຫວັດສາດ, ຂອບຂະໜາດ ແລະຄວາມໝາຍສຳຄັນຂອງບັ້ນຮົບ ດ້ຽນບຽນຝູ, ກ່ຽວກັບແນວທາງຕໍ່ສູ້ຢ່າງຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການຊີ້ນຳຂອງປະທານ ໂຮ່ຈີມິນ. ງານວາງສະແດງຈະຈັດຂຶ້ນຮອດທ້າຍເດືອນ ກັນຍາ.

ງານວາງສະແດງວິຈິດສິນສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ໄດ້ແນະນຳພາບແຕ້ມ, ຮູບບັ້ນກວ່າ 70 ຜົນງານຂອງນັກແຕ້ມຮູບ, ຈິດຕະກອນ,  57 ຄົນ ກ່ຽວກັບຫົວຂໍ້ ໄຊຊະນະ ດ້ຽນບຽນຝູ, ກ່ຽວກັບປະເທດຊາດ, ມະນຸດ, ປະຫວັດສາດແຫ່ງການສ້າງສາ ແລ ປົກປັກຮັກສາປະເທດຊາດ, ບັນດາຜົນງານໃນການປ່ຽນແປງໃໝ່ຂອງຊາດ ຫວຽດນາມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 3 ພຶດສະພາ, ຢູ່ສູນສັນລະສູດ ແລະວາງສະແດງພົນງານວິຈິດສິນ, ຖ່າຍຮູບ, ຢູ່ເຮືອນເລກທີ 29, ຖະໜົນ ຮ່າງບ່າຍ, ຮ່າໂນ້ຍ.

leftcenterrightdel
ງານວາງສະແດງຢູ່ຖະໜົນຍ່າງ ຫງວຽນເຫ້ວ. ພາບ:  ສໍານັກຂ່າວສານຫວຽດນາມ

ຢູ່ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ໄດ້ຈັດງານວາງສະແດງ “ໄຊຊະນະ ດ້ຽນບຽນຝູ - ກຳລັງແຮງຂອງຫວຽດນາມ, ຂອບຂະໜາດຍຸກສະໄໝ” ຢູ່ 3 ແຫ່ງ, ຄື: ຖະໜົນຍ່າງ ຫງວຽນເຫ້ວ, ຖະໜົນ ດົ່ງເຂີຍ ແລະຕໍ່ໜ້າສວນສາທາລະນະ ຈີລັງ. ງານວາງສະແດງຈະຈັດຂຶ້ນຮອດວັນທີ 12 ພຶດສະພາ ຈຶ່ງຈະອັດລົງ.

ໂດຍ: ກວຽດເຕິມ