leftcenterrightdel
ອາຊີບຈັກສານອູ່ດ້ວຍໃບສາລີໄດ້ມີມາແຕ່ດົນນານ ແລະພັດທະນາຢູ່ເກາະກູ່ລາວຈ່າມ, ນະຄອນ ໂຮ້ຍອານ ໃນຫຼາຍສະຕະວັດ. ພາບ: ໜັງສືພິມກວ໋າງນາມ

ອາຊີບຈັກສານອູ່ດ້ວຍໃບສາລີໄດ້ມີມາແຕ່ດົນນານ ແລະພັດທະນາຢູ່ເກາະກູ່ລາວຈ່າມ, ນະຄອນໂຮ້ຍອານ ໃນຫຼາຍສະຕະວັດ. ອາຊີບເຮັດເຮືອນແພຢູ່ຕາແສງເກີ້ມແທງ, ນະຄອນໂຮ້ຍອານ ໄດ້ສ່ອງແສງປະຫວັດສາດແຫ່ງການກໍ່ສ້າງ ແລະພັດທະນາໝູ່ບ້ານ ແລະໝູ່ບ້ານອາຊີບ, ຂະແໜງອາຊີບທີ່ເປັນມູນເຊື້ອຢູ່ຕາແສງເກີ້ມແທງ ເວົ້າສະເພາະ ແລະຕົວເມືອງ-ທ່າພານິດໂຮ້ຍອານ ເວົ້າລວມ.

ທ່ານນາງ ເຈືອງທິງອກເກີ໋ມ ຫົວໜ້າສູນວັດທະນະທຳ-ກິລາ ແລະວິທະຍຸ-ໂທລະພາບນະຄອນໂຮ້ຍອານ ໃຫ້ຮູ້ວ່າ ນະຄອນໂຮ້ຍອານ ພວມມານະພະຍາຍາມອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າຂອງອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້ໃຫ້ເປັນຢ່າງດີທີ່ສຸດ. ປັດຈຸບັນ, ພວກຂ້າພະເຈົ້າ ກຳນົດໜ້າທີ່ຈຸດສຸມແມ່ນບຳລຸງສ້າງ, ອົບຮົມ ແລະດຶງດູດບັນດານັກສິລະປະກອນ, ຜູ້ເຮັດອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້, ກໍຄືດຶງດູດເພື່ອນໜຸ່ມເຂົ້າຮ່ວມການປະຕິບັດຕົວຈິງ ແລະປະດິດຄິດສ້າງບັນດາຮູບແບບສິລະປະພື້ນເມືອງນີ້.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ