ກອງປະຊຸມສຳມະນາສາກົນ “ວັດທະນະທຳອອກແອວ ໃນສະພາບວັດທະນະທຳອາຊີ” ແມ່ນກອງປະຊຸມສຳມະນາສາກົນຄັ້ງປະຖົມມະເລິກ ກ່ຽວກັບວັດທະນະທຳອອກແອວ ໄດ້ຈັດຂຶ້ນຢູ່ຫວຽດນາມ ແນໃສ່ຕີລາຄາໝາກຜົນ, ຜົນງານວິທະຍາສາດລວມຂອງແຜນຮ່າງ “ຄົ້ນຄ້ວາເຂດບູຮານຄະດີອອກແອວ-ບາເທ, ເນັນຈົວ” ມຸ່ງໄປເຖິງຄວາມຮັບຮູ້ເລິກເຊິ່ງ ແລະຮອບດ້ານກ່ວາອີກກ່ຽວກັບວັດທະນະທຳອອກແອວ; ສະໜອງບັນດາຂໍ້ມູນວິທະຍາສາດກ່ຽວຂ້ອງເຖິງມໍລະດົກວັດທະນະທຳອອກແອວຕື່ມອີກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະລິນຍາເອກ ຟານຈີຮຽວ ປະທານສະຖາບັນມະຫາບັນດິດວິທະສາດສັງຄົມຫວຽດນາມ ໃຫ້ຮູ້ວ່າ: "ໝາກຜົນຂອງກອງປະຊຸມສຳມະນາຄັ້ງປະຖົມມະເລິກກ່ຽວກັບວັດທະນະທຳອອກແອວ  ໄດ້ຈັດຂຶ້ນໃນມື້ນີ້ ໄດ້ນຳມາເຊິ່ງຄວາມໝາຍສຳຄັນຫຼາຍຢ່າງ, ສະຫຼຸບ, ຕີລາຄາຜົນງານວິທະຍາສາດລວມຂອງແຜນຮ່າງ. ໃນນັ້ນໄດ້ສະໜອງບັນດາຂໍ້ມູນວິທະຍາສາດທີ່ກ່ຽວຂ້ອງເຖິງມໍລະດົກວັດທະນະທຳອອກແອວ ໃນສະພາບວັດທະນະທຳອາຊີ, ປະກອບສ່ວນຢ່າງແທດຈິງ, ສະໜອງພື້ນຖານວິທະຍາສາດ ໃຫ້ແກ່ວຽກງານວາງແຜນກຳນົດ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າ".

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ