ນັກຂ່າວ: ປະຈຸບັນ, ສ.ເກົາຫຼີ ແມ່ນຕະຫຼາດນັກທ່ອງທ່ຽວສາກົນໃຫຍ່ທີ່ສຸດທີ່ມາຫວຽດນາມ. ທ່ານມີຂໍ້ສັງເກດຄືແນວໃດຕໍ່ສິ່ງດັ່ງກ່າວນີ້?
ທ່ານ Lee Jong Sil: ປະຊາຊົນ ສ.ເກົາຫຼີ ຮັກຫອມຫວຽດນາມ ທີ່ສຸດ ແລະພວກຂ້າພະເຈົ້າ ກໍ່ຢາກຊອກຮູ້ກ່ຽວກັບປະເທດຂອງທ່ານຫຼາຍຕື່ມອີກ. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າກໍ່ປາດຖະໜາຢາກໃຫ້ຊາວຫວຽດນາມ ເຂົ້າມາ ສ.ເກົາຫຼີ ເວົ້າລວມ ແລະ Busan ເວົ້າສະເພາະໃຫ້ນັບມື້ນັບຫຼາຍຂຶ້ນ.
    |
 |
ທ່ານ Lee Jong Sil. ພາບ: ນາມຄາງ |
ພວກຂ້າພະເຈົ້າມີຄວາມເພິ່ງພໍໃຈທີ່ສຸດເພາະວ່າ ໃນໄລຍະຜ່ານມາ, ບໍ່ພຽງແຕ່ມີຊາວ ສ.ເກົາຫຼີ ມາຫວຽດນາມ ເປັນຈໍານວນຫຼວງຫຼາຍເທົ່ານັ້ນ, ຫາກຈຳນວນນັກທ່ອງທ່ຽວຫວຽດນາມ ໄປນະຄອນ Busan ກໍ່ມີຫຼາຍພໍສົມຄວນ. ຕາມຕົວເລກສະຖິຕິແຕ່ເດືອນມັງກອນຫາເດືອນມິຖຸນາ ປີ 2023, ມີນັກທ່ອງທ່ຽວ 190.000 ຄົນໄປທ່ຽວຢູ່ Busan, ໄດ້ອັນດັບທີ 4 ໃນຈຳນວນນັກທ່ອງທ່ຽວທີ່ໄປ Busan ແລະຮອງຈາກໄທໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ແມ່ນຕະຫຼາດທີ່ສຳຄັນຂອງນະຄອນ Busan. ສະນັ້ນ, ການຮ່ວມມື ເພື່ອຊຸກຍູ້ການແລກປ່ຽນນັກທ່ອງທ່ຽວລະຫວ່າງ Busan ແລະບັນດາທ້ອງຖິ່ນຂອງຫວຽດນາມ ແມ່ນມີຄວາມສຳຄັນທີ່ສຸດ.
ນັກຂ່າວ: ຕາມທ່ານແລ້ວ, Busan ມີຈຸດແຂງຫຍັງແດ່ ເພື່ອດຶງດູດນັກທ່ອງທ່ຽວຫວຽດນາມ?
ທ່ານ Lee Jong Sil: Busan ເປັນນະຄອນທ່າກຳປັ່ນໃຫຍ່ທີ່ສຸດຂອງ ສ.ເກົາຫຼີ, ມີຊື່ສຽງດ້ານຜະລິດຕະພັນການທ່ອງທ່ຽວທາງທະເລ, ວັດທະນະທຳ, ຮູບເງົາ, ແລະອາຫານການກິນທີ່ຫຼາຍຮູບຫຼາຍແບບ. Busan ມີຈຸດພິເສດແມ່ນເມື່ອມາຢ້ຽມຢາມນະຄອນນີ້, ນັກທ່ອງທ່ຽວຈະຮູ້ສຶກໄດ້ເຖິງອະດີດ, ປັດຈຸບັນ ແລະອະນາຄົດໃນຊ່ວງເວລາດຽວກັນ. ຢູ່ Busan ມີຫາດຊາຍທະເລ 9 ແຫ່ງ, ພູເຂົາ 10 ໜ່ວຍ, ແມ່ນ້ຳໃຫຍ່ 2 ສາຍ. Busan ມີບັນດາສະຖານທີ່ທີ່ອົງການສຶກສາ, ວິທະຍາສາດ ແລະວັດທະນະທໍາຂອງສະຫະປະຊາຊາດ (UNESCO) ຮັບຮອງເອົາເປັນມໍລະດົກວັດທະນະທໍາໂລກ, ມີຫໍພິພິທະພັນຮູບເງົາ, ມີຮ້ານອາຫານທີ່ຄົນມີຊື່ສຽງມັກມາຮັບປະທານ, ມີວັດທະນະທໍາ, ເກມກິລາທີ່ຫຼາຍຮູບຫຼາຍແບບ ແລະຈັບອົກຈັບໃຈ... ແມ່ນສິ່ງທີ່ນັກທ່ອງທ່ຽວຢາກເຂົ້າຮ່ວມຄົ້ນຫາ. ບາງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ Busan ລວມມີ: ໝູ່ບ້ານວັດທະນະທໍາ Gamcheon, ຫາດຊາຍທະເລ Haeundae, ວິຫານ Haedong Yonggungsa, ທາດ Busan, ສູນຮູບເງົາ Busan... ນີ້ແມ່ນຈຸດເດັ່ນທີ່ດຶງດູດນັກທ່ອງທ່ຽວຫວຽດນາມ, ໂດຍສະເພາະແມ່ນໄວໜຸ່ມ. ເມື່ອມາ Busan, ນັກທ່ອງທ່ຽວສາມາດ ເຂົ້າຮ່ວມການຄົ້ນຫາຫຼາຍສິ່ງຫຼາຍຢ່າງທີ່ຈັບອົກຈັບໃຈ ແລະຂ້າພະເຈົ້າແນ່ໃຈວ່າ ມີແຕ່ເຂົາເຈົ້າຮູ້ກໍ່ຈະມັກຮັກນະຄອນຂອງພວກຂ້າພະເຈົ້າ.
    |
 |
Busan - ນະຄອນທະເລທີ່ສວຍງາມຂອງສ.ເກົາຫຼີ. ພາບ: ນາມຄາງ |
ນັກຂ່າວ: ໂດຍໄດ້ຮູ້ມາວ່າ Busan ເປັນສະຖານທີ່ສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຈໍານວນຫຼວງຫຼາຍດ້ວຍຮູບແບບການທ່ອງທ່ຽວ MICE, ການທ່ອງທ່ຽວກອງປະຊຸມສໍາມະນາ ແລະກອງປະຊຸມ, ພວກຂ້າພະເຈົ້າຈະສາມາດຖອດຖອນໄດ້ບົດຮຽນປະສົບການໃດແດ່ຈາກ Busan, ຂໍຮຽນທ່ານ?
ທ່ານ Lee Jong Sil: ອາດເວົ້າໄດ້ວ່າ Busan ເປັນນະຄອນແຫ່ງເຫດການຕ່າງໆ. ທຸກໆປີ, Busan ໄດ້ຈັດງານມະໂຫລານຮູບເງົາສາກົນ Busan ໃນເດືອນຕຸລາ, ນີ້ຖືວ່າເປັນໜຶ່ງໃນບັນດາເຫດການວັດທະນະທໍາທີ່ພົ້ນເດັ່ນທີ່ສຸດໃນອາຊີ. ນອກຈາກນີ້, ພວກຂ້າພະເຈົ້າກໍ່ໄດ້ຈັດຫຼາຍລາຍການ, ເຫດການ, ການສະແດງດົນຕີ ຫຼື ງານບຸນຕ່າງໆ...
ພິເສດ, ປະຈຸບັນ Busan ພ້ອມແລ້ວທີ່ຈະແຂ່ງຂັນຍາດເອົາສິດເປັນເຈົ້າພາບຈັດງານວາງສະແດງ World Expo 2030, ດ້ວຍຫົວຂໍ້ຫຼັກ “ປ່ຽນໂລກຂອງພວກເຮົາ, ມຸ່ງໄປສູ່ອະນາຄົດທີ່ດີງາມກວ່າ”. ຜ່ານການເປັນເຈົ້າພາບຈັດງານວາງສະແດງ World Expo, Busan ຈະກາຍເປັນນະຄອນທີ່ນຳເອົາແຮງບັນດານໃຈມາໃຫ້ທົ່ວໂລກໃນການປະຖິ້ມອະດີດຂອງສົງຄາມ ແລະສ້າງອະນາຄົດອັນດີງາມ. ພ້ອມກັນນັ້ນ, World Expo ກໍ່ແມ່ນໂອກາດເພື່ອໃຫ້ Busan ຫັນຄວາມຫວັງຂອງຕົນໃຫ້ປະກົດຜົນເປັນຈິງທີ່ຈະນຳເອົາງານມະຫາກໍາໂອລິມປິກດ້ານເສດຖະກິດ ພ້ອມທັງແມ່ນງານມະຫາກໍາໂອລິມປິກວັດທະນະທຳມາສູ່ໂລກ.
ນັກຂ່າວ: ທ່ານສາມາດແບ່ງປັນເພີ່ມເຕີມຫຍັງອີກບໍ່ກ່ຽວກັບແຜນການສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວນະຄອນ Busan ກັບຫວຽດນາມ?
ທ່ານ Lee Jong Sil: ປະຈຸບັນ, Busan ມີຫຼາຍຖ້ຽວບິນທີ່ບິນຕົງໄປຮອດຫວຽດນາມ ເປັນຕົ້ນແມ່ນດານັ້ງ - Busan ໂດຍສາຍການບິນ Jeju Air ຂຸດຄົ້ນຫຼືຖ້ຽວບິນຈາກ Busan ຫາ ຮ່າໂນ້ຍ, ດານັ້ງ, ຍາຈາງ (ແຄ໊ງຮວ່າ), ດາລາດ (ເລິມດົ່ງ) ຂອງສາຍການບິນ Vietjet Air. ເລື່ອງເພີ່ມທະວີສາຍການບິນເຊື່ອມຕໍ່ຫວຽດນາມ ແລະ ສ.ເກົາຫຼີ ກໍ່ຄືບັນດານະຄອນໃຫຍ່ຂອງສອງປະເທດ, ໃນນັ້ນມີ Busan ຈະສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງປະເທດໄດ້ພົບປະແລກປ່ຽນວັດທະນະທຳ ແລະຄົ້ນຫາຄວາມສວຍງາມຂອງສອງປະເທດ.
ນັກຂ່າວ: ຂໍຂອບໃຈ!
ໂດຍ: ທະນາພອນ