leftcenterrightdel
ບັນຍາກາດກອງປະຊຸມສໍາມະນາ. ພາບ: ຫວູຢຸຍ

ກອງປະຊຸມສໍາມະນາໄດ້ຮັບບົດປະກອບຄວາມເຫັນກວ່າ 80 ສະບັບ ຈາກນັກວິທະຍາສາດ, ນັກຄົ້ນຄວ້າ, ນັກຄຸ້ມຄອງ, ໂດຍສຸມໃສ່ເນື້ອໃນພື້ນຖານ, ຄື: ເຮັດແຈ້ງພື້ນຖານວິທະຍາສາດ, ປະຫວັດສາດ, ພື້ນຖານການເມືອງ, ນິຕິກຳເພື່ອຮັບຮູ້ຄຸນຄ່າວັດທະນະທຳ, ຊາວກວ໋າງນີງ ໃນປະຈຸບັນ, ພ້ອມທັງກໍານົດໄວ້ໃນວິໄສທັດໄລຍະກາງ ແລະໄລຍະຍາວ. ບັນດາຜູ້ແທນໄດ້ຍົກໃຫ້ເຫັນກ່ຽວກັບວິທີການ, ຮູບການປຸກລະດົມ ແລະເສີມຂະຫຍາຍຄຸນຄ່າວັດທະນະທຳ, ຜູ້ຄົນທີ່ສອດຄ່ອງກັບຈຸດພິເສດ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງກວ໋າງນີງ. ການຈັດວາງລະບົບຄຸນຄ່າຂອງແຂວງ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຜູ້ຄົນຂອງແຂວງກວ໋າງນີງ ຢ່າງຖືກຕ້ອງນັ້ນໄດ້ປະກອບສ່ວນສ້າງແຫຼ່ງກໍາລັງພາຍໃນ ເຊິ່ງເປັນກຳລັງໜູນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະຍືນຍົງ.

ໂດຍ: ເຈິ່ນຮວ່ຽນ