ຫວ່າງແລ້ວນີ້, ເວັບໄຊ Sky News (ອົດສະຕາລີ) ໄດ້ລົງບົດຂຽນໂດຍໃຫ້ຮູ້ວ່າ ເມື່ອນັກທ່ອງທ່ຽວອົດສະຕາລີ ຢາກຊອກຮູ້ “ບັນດາການທ່ອງທ່ຽວທາງດ້ານວັດທະນະທໍາທີ່ມີຄວາມໝາຍ”, ເຂົາເຈົ້າໄດ້ຍົກອອກຫວຽດນາມ ແມ່ນສະຖານທີ່ຢືນຢູ່ອັນດັບທີ 1 ໃນບັນຊີລາຍຊື່ ຍ້ອນວ່າການທ່ອງທ່ຽວຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ມີຄຸນນະພາບດີ ແລະລາຄາຖືກກວ່າເມື່ອທຽບໃສ່ກັບບໍ່ວ່າສະຖານທີ່ໃດ.

leftcenterrightdel
ພາບປະກອບຄັດຈາກ: ພາບ: nhandan.vn

ຕາມເວັບໄຊ Sky News ແລ້ວ, ຫວຽດນາມ ແມ່ນປະເທດທີ່ຟົດຟື້ນ, ເຕັມໄປດ້ວຍພະລັງຊີວິດ ແລະທີ່ເຕັມໄປດ້ວຍສີສັນວັດທະນະທໍາ. ຂໍ້ມູນຫຼ້າສຸດໃນປີນີ້ຂອງກົມສະຖິຕິອົດສະຕາລີ (ABS) ສະແດງໃຫ້ເຫັນວ່າ ຈໍານວນນັກທ່ອງທ່ຽວອົດສະຕາລີ ມາຫວຽດນາມ ໄດ້ມີຫຼາຍກວ່າບັນດາສະຖານທີ່ອື່ນໆໃນໂລກ, ເພີ່ມຂຶ້ນ 54% ໃນໄຕມາດທີ I ປີ 2025 ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2019.

ທ່ານນາງ Nicole Newport ຜູ້ອຳນວຍການຝ່າຍຂາຍສິນຄ້າພາກພື້ນທະວີບໂອເຊອານີ ຂອງ InsideAsia Tours, ໃຫ້ຮູ້ວ່າ ຫວຽດນາມ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ ແລະຄາດວ່າທ່າອ່ຽງນີ້ຈະສືບຕໍ່ໄດ້ຮັກສາໃນໄລຍະຈະມາເຖິງ. ຕາມທ່ານນາງ ແລ້ວ, ດ້ວຍທີ່ຕັ້ງພູມສາດໃກ້ກັບອົດສະຕາລີ ແລະການລົງພຶດຕິກຳຕົວຈິງທີ່ອຸດົມສົມບູນ, ນັບແຕ່ບັນດານະຄອນປະຫວັດສາດ, ບັນດາຕະຫຼາດທີ່ມີຄົນຄັບຄາໜາແໜ້ນຈົນຮອດທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ມີຄວາມເປັນຫຼາຍຮູບຫຼາຍແບບກ່ຽວກັບທັດສະນີຍະພາບໄດ້ເຮັດໃຫ້ການເດີນທາງໄປທ່ອງທ່ຽວຫວຽດນາມ ສາມາດນຳມາເຊິ່ງຄວາມຮູ້ສຶກຄືກັບໄດ້ໄປຄົ້ນຫາຢູ່ຫຼາຍປະເທດໃຫ້ນັກທ່ອງທ່ຽວ.

ໂດຍ: ເຈິ່ນຮວ່ຽນ