ນັກຂ່າວ: ນັບແຕ່ວັນທີ 1 ກໍລະກົດນີ້, ບັນດາທ້ອງຖິ່ນໄດ້ຜັນຂະຫຍາຍຮູບແບບອຳນາດການປົກຄອງສອງຂັ້ນ. ສິ່ງດັ່ງກ່າວໄດ້ນຳເອົາກາລະໂອກາດ ແລະສິ່ງທ້າທາຍຫຍັງແດ່ມາໃຫ້ຂະແໜງການທ່ອງທ່ຽວຫວຽດນາມ, ຂໍຮຽນສະຫາຍ?
ສະຫາຍ ຫງວຽນຈູ່ງແຄ໊ງ: ການໂຮມແຂວງ, ນະຄອນເຂົ້າກັນ ໄດ້ສ້າງຂົງເຂດພັດທະນາການທ່ອງທ່ຽວທີ່ໃຫຍ່ກວ່າ, ມີການຮ່ວມສໍາພັນສູງກວ່າ, ສ້າງເງື່ອນໄຂເພື່ອໃຫ້ບັນດາທ້ອງຖິ່ນສ້າງໂຄງປະກອບຍຸດທະສາດພັດທະນາການທ່ອງທ່ຽວຄືນໃໝ່, ພັດທະນາການທ່ອງທ່ຽວລະຫວ່າງເຂດ ແລະປ່ຽນແປງໃໝ່ຜະລິດຕະພັນ. ນີ້ຈະແມ່ນກາລະໂອກາດເພື່ອພັດທະນາການທ່ອງທ່ຽວໄປຄຽງຄູ່ກັບຄວາມເປັນເອກະລັກສະເພາະ, ແປກໃໝ່, ສ້າງບາດລ້ຽວສໍາຄັນໃນການຊຸກຍູ້ການທ່ອງທ່ຽວຫວຽດນາມ ໃຫ້ພັດທະນາແບບຍືນຍົງ ແລະຍົກສູງທີ່ຕັ້ງໃນແຜນທີ່ການທ່ອງທ່ຽວໂລກ.
    |
 |
ສະຫາຍ ຫງວຽນຈູ່ງແຄ໊ງ ຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ. ພາບ: ມີງເດື່ອງ |
ເຖິງຢ່າງໃດກໍ່ຕາມ, ການໂຮມແຂວງ, ນະຄອນເຂົ້າກັນຍັງວາງອອກສິ່ງທ້າທາຍບາງຢ່າງ, ເປັນຕົ້ນແມ່ນໃນການຄຸ້ມຄອງສະຖານທີ່ທ່ອງທ່ຽວ, ວຽກງານວາງແຜນຜັງ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ. ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເຮັດອະນາໄມສິ່ງແວດລ້ອມ, ຮັກສາທັດສະນີຍະພາບການທ່ອງທ່ຽວ... ໄດ້ຮຽກຮ້ອງໃຫ້ມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງອຳນາດການປົກຄອງຂັ້ນຕາແສງ ແລະການປະສານງານຢ່າງເປັນເຈົ້າການຈາກອົງການທ່ອງທ່ຽວຂັ້ນແຂວງ. ພາຍຫຼັງການໂຮມເຂົ້າກັນແລ້ວ, ການສ້າງເຄື່ອງໝາຍການຄ້າການທ່ອງທ່ຽວແບບທົ່ວໄປ ແລະເປັນອັນໜຶ່ງອັນດຽວກັນນັ້ນແມ່ນໜ້າທີ່ບໍ່ງ່າຍດາຍເພາະວ່າແຕ່ລະເຂດລ້ວນແຕ່ມີທ່າແຮງ ແລະຜະລິດຕະພັນການທ່ອງທ່ຽວແຕກຕ່າງກັນ, ການສົມທົບ ແລະການພັດທະນາເຄື່ອງໝາຍການຄ້າການທ່ອງທ່ຽວແບບທົ່ວໄປຕ້ອງມີຍຸດທະສາດຢ່າງຈະແຈ້ງ ແລະມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ.
ເພື່ອໜູນຊ່ວຍທ້ອງຖິ່ນ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ເປັນເສນາທິການໃຫ້ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ປະກາດໃຊ້ເອກະສານແນະນໍາການກວດກາຄືນ, ປັບປຸງ ແລະກຳນົດຫົວໜ່ວຍບໍລິຫານທີ່ມີປູຊະນີຍະສະຖານທີ່ໄດ້ຮັບການຮັບຮູ້ ແລະໄດ້ຈັດອັນດັບເປັນມໍລະດົກວັດທະນະທໍາ ແລະທຳມະຊາດໂລກ, ມໍລະດົກປະຫວັດສາດແຫ່ງຊາດພິເສດຂອງບັນດາຫົວໜ່ວຍບໍລິຫານປະຕິບັດການສັບຊ້ອນ, ຈັດຕັ້ງຄືນໃໝ່... ໃນໄລຍະຈະມາເຖິງ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ຈະສືບຕໍ່ສົມທົບກັບທ້ອງຖິ່ນຜັນຂະຫຍາຍມາດຕະການຢ່າງຄົບຊຸດດ້ວຍເປົ້າໝາຍຮັບປະກັນໃຫ້ຂະແໜງທ່ອງທ່ຽວໄດ້ຮັບການເຄື່ອນໄຫວ, ຜັນຂະຫຍາຍຢ່າງສະດວກດີ ແລະຖືກຕ້ອງຕາມການກໍານົດທິດ.
ນັກຂ່າວ: ຂະແໜງການທ່ອງທ່ຽວຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍກາຍເປັນຂະແໜງເສດຖະກິດປາຍແຫຼມ, ພັດທະນາແບບຍືນຍົງ. ດັ່ງນັ້ນຕາມສະຫາຍ, ປັດໄຈສໍາຄັນເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງໃນໄລຍະໃໝ່ ແມ່ນຫຍັງ?
ສະຫາຍ ຫງວຽນຈູ່ງແຄ໊ງ: ເພື່ອຫັນເປົ້າໝາຍໃຫ້ປະກົດຜົນເປັນຈິງນໍາການທ່ອງທ່ຽວຫວຽດນາມ ກາຍເປັນຂະແໜງເສດຖະກິດປາຍແຫຼມ, ພັດທະນາແບບຍືນຍົງ, ຄວນປ່ຽນແປງໃໝ່ຈິນຕະນາການ, ວິທີເຮັດດ້ວຍມາດຕະການປະດິດສ້າງ, ບຸກທະລຸ, ຄົບຊຸດ ແລະມີປະສິດທິຜົນ, ຂະແໜງການທ່ອງທ່ຽວຈະປະຕິບັດທິດນຳ “ຜະລິດຕະພັນເປັນເອກະລັກສະເພາະ, ບໍລິການຢ່າງມືອາຊີບ, ລະບຽບການໄວທັນການ, ລາຄາແກ້ງແຍ້ງ, ສະພາບແວດລ້ອມສະອາດ ແລະສວຍງາມ, ສະຖານທີ່ທ່ອງທ່ຽວປອດໄພ ແລະເປັນມິດ”.
ເພື່ອສ້າງບາດກ້າວບຸກທະລຸໃຫ້ຂະແໜງການທ່ອງທ່ຽວກ້າວເຂົ້າສູ່ສັງກາດໃໝ່, ໃນໄລຍະຈະມາເຖິງ, ຂະແໜງການທ່ອງທ່ຽວຈະຊຸກຍູ້ການສ້າງລະບອບລະບຽບການໃຫ້ສົມບູນແບບຕາມທິດສ້າງສັນ, ແກ້ໄຂສິ່ງກີດຂວາງໃຫ້ວິສາຫະກິດ, ພ້ອມທັງປະຕິຮູບລະບຽບການບໍລິຫານຢ່າງແຂງແຮງ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດທ່ອງທ່ຽວ. ການເປີດກວ້າງນະໂຍບາຍຍົກເວັ້ນວີຊາ, ເພີ່ມທະວີການ ເຊື່ອມຕໍ່ຄົມມະນາຄົມສາກົນ ແລະສົ່ງເສີມການພັດທະນາການທ່ອງທ່ຽວປະເພດໃໝ່ກໍ່ໄດ້ກໍານົດແມ່ນກຳລັງໜູນດຶງດູດນັກທ່ອງທ່ຽວສາກົນຢ່າງມີປະສິດທິຜົນ.
    |
 |
ນັກທ່ອງທ່ຽວໄປຢ້ຽມຊົມເຂດວາງສະແດງໝູ່ບ້ານອາຊີບພື້ນເມືອງນີງບີ່ງ. ພາບ: ມີງເດື່ອງ |
ພ້ອມກັນນັ້ນ, ຂະແໜງການທ່ອງທ່ຽວຈະເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບຜະລິດຕະພັນ ແລະການບໍລິການ, ສ້າງເຄື່ອງໝາຍການຄ້າລະດັບສາກົນ, ພ້ອມທັງຊຸກຍູ້ນະວັດຕະກໍາ, ພັດທະນາລະບົບນິເວດການທ່ອງທ່ຽວຢ່າງມືອາຊີບ, ສາມາດແຂ່ງຂັນ ແລະເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ຕອບສະໜອງທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ. ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ ແລະອົງການວິຊາຊີບ ກໍ່ແມ່ນປັດໄຈສຳຄັນ, ເປັນຕົ້ນແມ່ນໃນການຮ່ວມສໍາພັນເຂດ, ໂຄສະນາສະຖານທີ່ທ່ອງທ່ຽວ ແລະການບຳລຸງສ້າງຊັບພະຍາກອນມະນຸດ. ຄວາມມານະພະຍາຍາມທັງໝົດເຫຼົ່ານີ້ແມ່ນ ເພື່ອແນໃສ່ສ້າງບາດກ້າວບຸກທະລຸຍຸດທະສາດ, ນຳການທ່ອງທ່ຽວຫວຽດນາມ ເຂົ້າສູ່ໄລຍະພັດທະນາຢ່າງເລິກເຊິ່ງກວ່າ, ເປັນມືອາຊີບກວ່າ ແລະຍືນຍົງກວ່າ.
ນັກຂ່າວ: ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງຂະແໜງການທ່ອງທ່ຽວຫວຽດນາມ, ສະຫາຍ ຢາກສົ່ງສານຫຍັງເຖິງຜູ້ທີ່ເຮັດວຽກໃນຂົງເຂດການທ່ອງທ່ຽວ ແລະນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ?
ສະຫາຍ ຫງວຽນຈູ່ງແຄ໊ງ: ພາຍຫຼັງ 65 ປີ, ການທ່ອງທ່ຽວຫວຽດນາມ ຍາມໃດກໍ່ມານະພະຍາຍາມປະຕິບັດສຳເລັດໜ້າທີ່ເຊິ່ງພັກ ແລະລັດມອບໝາຍໃຫ້, ນັບມື້ນັບຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍສົ່ງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງບັນດາທ່ານທີ່ໄດ້ ແລະພວມອຸທິດຕົນໃຫ້ແກ່ການພັດທະນາຂອງຂະແໜງການ, ນັບແຕ່ພະນັກງານຄຸ້ມຄອງ, ວິສາຫະກິດ, ຜູ້ນຳທ່ຽວ, ຜູ້ອອກແຮງງານໂດຍກົງຕະຫຼອດຮອດວົງຄະນາຍາດທ້ອງຖິ່ນໃນທົ່ວປະເທດ. ຍ້ອນຄວາມສຸດອົກສຸດໃຈ, ມີຫົວຄິດປະດິດສ້າງ ແລະຄວາມອົດທົນຂອງເຂົາເຈົ້າໄດ້ປະກອບສ່ວນສ້າງພາບພົດຫວຽດນາມ ທີ່ເປັນມິດ, ຈັບອົກຈັບໃຈໃນສາຍຕາຂອງເພື່ອນມິດສາກົນ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດຫຼາຍຄົນ, ຜູ້ທີ່ຍາມໃດກໍ່ຮ່ວມເດີນທາງ, ເຊື່ອໝັ້ນ ແລະເລືອກເອົາຫວຽດນາມ ເປັນສະຖານທີ່ທ່ອງທ່ຽວ.
ໃນໄລຍະຈະມາເຖິງ, ການທ່ອງທ່ຽວຫວຽດນາມ ຈະສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ, ຖືນັກທ່ອງທ່ຽວເປັນໃຈກາງ, ພັດທະນາຕາມທິດສີຂຽວ, ສະຫຼາດ ແລະຍືນຍົງກວ່າອີກ. ພວກຂ້າພະເຈົ້າ ປາດຖະໜາຢາກໃຫ້ປະຊາຊົນ ແລະນັກທ່ອງທ່ຽວແຕ່ລະຄົນລ້ວນແຕ່ກາຍເປັນທູດທ່ອງທ່ຽວ, ຮັກສາຄວາມງົດງາມຂອງທຳມະຊາດ, ວັດທະນະທໍາ ແລະຊາວຫວຽດນາມ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ