ກາລະໂອກາດສຳລັບການອະນຸລັກຮັກສາ, ພັດທະນາ
ວັດທະນະທຳແມ່ນຈິດວິນຍານຂອງແຕ່ລະຊົນຊາດດ້ວຍບັນດາຮີດຄອງປະເພນີ, ງານບຸນທີ່ເປັນມູນເຊື້ອ, ການລະຫຼິ້ນ, ວາດຟ້ອນພື້ນເມືອງ... ທີ່ມີມານັບພັນປີ, ໄດ້ຮັກສາ, ສ້າງຄວາມງົດງາມດ້ານວັດທະນະທຳທີ່ມີລັກສະນະສະເພາະ ແລະຫຼາຍຮູບແບບ. ຕາມບັນດານັກຊ່ຽວຊານແລ້ວ, ການຈັດຕັ້ງອຳນາດການປົກຄອງຄືນໃໝ່, ໂຮມບັນດາຫົວໜ່ວຍບໍລິຫານແມ່ນວຽກງານຕ້ອງເຮັດເພື່ອການພັດທະນາແບບຍືນຍົງ ແລະກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາທ້ອງຖິ່ນເອົາໃຈໃສ່ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ.
ທ່ານ ປອ ເຈິ່ນຫຶວເຊີນ, ຫົວໜ້າສະຖາບັນຄົ້ນຄວ້າການໝູນໃຊ້ວັດທະນະທຳ ແລະທ່ອງທ່ຽວ ຖືວ່າ: “ກາລະໂອກາດໃຫຍ່ທີ່ສຸດແມ່ນຂົງເຂດວັດທະນະທຳໄດ້ເປີດກວ້າງ. ຝູເທາະ ບໍ່ພຽງແຕ່ມີວິຫານຮຸ່ງ, ພູຕາມດ໊າວ ເທົ່ານັ້ນ ຫາກຍັງມີທັງສາງວັດທະນະທຳເມື່ອງ ທີ່ກວ້າງໃຫຍ່ອີກດ້ວຍ. ລາວກາຍ, ອຽນບ໊າຍ ກໍ່ໄດ້ກໍ່ສ້າງເຂດວັດທະນະທຳຂອງລາວກາຍ ຊາຍແດນ ແລະເຂດວັດທະນະທຳຂອງບັນດາເຜົ່າເຄິ່ງທົ່ງພຽງ ແລະພູດອຍອຽນບ໊າຍ. ຫຼາຍເຂດປູຊະນີຍະສະຖານ, ມໍລະດົກກ່ອນໜ້ານີ້ຖືກຕັດແບ່ງມາປະຈຸບັນໄດ້ເຊື່ອມຕໍ່ເຂົ້າກັນຄືນ. ສິ່ງນີ້ມີຜົນປະໂຫຍດສຳລັບການທ່ອງທ່ຽວທີ່ສຸດ. ຍິ່ງໄປກວ່ານັ້ນ, ມູນເຊື້ອວັດທະນະທຳຂອງຊາດໄດ້ຮ່ວມສຳພັນ, ເຊື່ອມຕໍ່ນຳກັນ. ໂດຍແມ່ນຊາວເຜົ່າໄຕຄືກັນນັ້ນ, ເຜົ່າໄຕຢູ່ແຂວງລາວກາຍ, ອຽນບ໊າຍ ກໍ່ເພີ່ມເຕີມ, ຊ່ວຍຊູໃຫ້ແກ່ກັນ. ໂດຍແມ່ນຊາວເຜົ່າເມື່ອງຄືກັນນັ້ນ, ຝູເທາະ ແລະຮວ່າບິ່ງ ປະຈຸບັນແມ່ນໄດ້ໃຊ້ບັນດານະໂຍບາຍ, ມາດຕະການອະນຸລັກຮັກສາທີ່ເປັນເອກະພາບ, ຄົບຊຸດ”.
ທ່ານ ເຈິ່ນດິ່ງທຽນ, ອະດີດຫົວໜ້າສະຖາບັນເສດຖະກິດຫວຽດນາມ ຕີລາຄາວ່າ: ແຫຼ່ງກຳລັງການທ່ອງທ່ຽວຂອງແຂວງນິງບິ່ງ ຈະໃຫຍ່ຫຼວງທີ່ສຸດ. ເຂດດິນແດນຮ່ານາມ-ນາມດິ້ງ-ນິງບິ່ງ ດັ້ງເດີມກໍ່ມີມໍລະດົກວັດທະນະທຳຫຼາຍຮູບຫຼາຍແບບ, ມີປະຫວັດສາດຄວາມເປັນມາຍາວນານຕິດພັນກັບລາຊະວົງດິງ, ລາຊະວົງເຈິ່ນ. ຖ້າວ່າຮູ້ວິທີເຮັດ, ວິທີເຂົ້າເຖິງໃນການສ້າງບັນດາຜະລິດຕະພັນການທ່ອງທ່ຽວທີ່ເໝາະສົມນັ້ນ ຈະສ້າງຂອບຂະໜາດ ແລະທ່າແຮງຂອງການທ່ອງທ່ຽວໃຫ້ແຂວງນິງບິ່ງ ດ້ວຍກຳລັງແກ່ງແຍ້ງອັນໃຫຍ່ຫຼວງ.
ຈາກສະພາບການຕົວຈິງຂອງທ້ອງຖິ່ນຕົນເອງ, ທ່ານ ບຸ່ຍຊວັນເຈື່ອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງຮວ່າບິ່ງ (ປະຈຸບັນແມ່ນແຂວງຝູເທາະ ໃໝ່) ຖືວ່າ: “ເມື່ອໂຮມຝູເທາະ, ຮວ່າບິ່ງ, ຫວິງຝຸກ ເຂົ້າກັນແລ້ວ ຈະສ້າງຂົງເຂດພັດທະນາອັນກວ້າງໃຫຍ່, ຫຼາຍຮູບຫຼາຍແບບກ່ຽວກັບວັດທະນະທຳ ແລະຫຼາຍປະເພດມໍລະດົກຮູບປະທຳ, ນາມປະທຳ. ສິ່ງນີ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອຸດົມສົມບູນກວ່າ ກໍ່ຄືໂຄສະນາເຜີຍແຜ່ພັດທະນາການທ່ອງທ່ຽວ. ຄຽງຄູ່ກັນນັ້ນ, ເມື່ອໂຮມເຂົ້າກັນ, ຝູເທາະ ຈະແມ່ນໜຶ່ງໃນ 10 ແຂວງທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນປະເທດ. ສິ່ງນີ້ແມ່ນເງື່ອນໄຂແຫຼ່ງກຳລັງອັນໃຫຍ່ຫຼວງເພື່ອລົງທຶນໃຫ້ວັດທະນະທຳ, ມໍລະດົກ”.
ຮັກສາວັດທະນະທຳທີ່ເປັນມູນເຊື້ອພາຍຫຼັງໂຮມເຂົ້າກັນ
ແຂວງໃຫຍ່ກວ່າ, ເມືອງບໍ່ມີແລ້ວ, ຕາແສງກວ້າງກວ່າ ຊ່ວຍສ້າງລະບົບການເມືອງຕາມທິດຮັດກຸມ, ແຕ່ກໍ່ມີສິ່ງທ້າທາຍໃນການຮັກສາວັດທະນະທຳທີ່ເປັນມູນເຊື້ອ. ບັນດາຄຸນຄ່າວັດທະນະທຳ, ງານບຸນ, ຮີດຄອງປະເພນີໄດ້ອະນຸລັກ, ຮັກສາໄວ້ບໍ່? ເຮັດແນວໃດເພື່ອບໍ່ໃຫ້ສີສັນວັດທະນະທຳຈາງຫາຍໄປເມື່ອທ້ອງຖິ່ນນ້ອຍ, ປະຈຸບັນເປັນສ່ວນໜຶ່ງຂອງຫົວໜ່ວຍບໍລິຫານທີ່ໃຫຍ່ກວ່າ? ໃນສັງຄົມເຕັກໂນໂລຢີທັນສະໄໝຄືໃນປະຈຸບັນ, ການປະຖິ້ມບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອນັບມື້ນັບມີຫຼາຍຂຶ້ນ, ເລື່ອງນີ້ໄດ້ສ້າງຄວາມກົດດັນສຳລັບການຮັກສາວັດທະນະທຳ?... ຫຼາຍຄຳຖາມໄດ້ຕັ້ງຂຶ້ນແຕ່ວ່າປະຫວັດສາດຂອງປະເທດໄດ້ສະແດງໃຫ້ເຫັນວ່າ ວັດທະນະທຳຈະບໍ່ຫາຍໄປເມື່ອເຂດບໍລິຫານປ່ຽນແປງ, ມັນຫາຍໄປຖ້າວ່າຄົນເຮົາລືມຄວາມຮັບຜິດຊອບໃນການຮັກສາ, ອະນຸລັກຄຸນຄ່າວັດທະນະທຳ.
ເພື່ອແກ້ໄຂຄວາມຫຍຸ້ງຍາກໃນວິວັດທະນາການເປີດກວ້າງຂົງເຂດຫົວໜ່ວຍບໍລິຫານ, ທ່ານ ປອ ເຈິ່ນຫຶວເຊີນ ເຈາະຈີ້ມວ່າ: “ຄືດັ່ງທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເວົ້າວ່າ ສິ່ງສຳຄັນທີ່ສຸດແມ່ນຕ້ອງຕ້ານແນວຄິດ “ແຂວງອ້າຍ, ແຂວງຂ້ອຍ”. ແນ່ນອນວ່າ, ເລື່ອງນີ້ບໍ່ແມ່ນງ່າຍດາຍ. ເພື່ອເຮັດໄດ້ນັ້ນ, ບົດບາດຂອງຜູ້ນຳໜ້າແມ່ນສຳຄັນທີ່ສຸດ”. ທ່ານ ປອ ເຈິ່ນຫຶວເຊີນ ຖືວ່າ ກ່ອນອື່ນໝົດຜູ້ນຳໜ້າຕ້ອງແມ່ນຜູ້ເກັ່ງ. ຄະນະປະຈຳແຂວງໃໝ່ ຄວນເລືອກເອົາຜູ້ໃດທີ່ເກັ່ງກວ່າ, ແທດເໝາະກວ່າ ຈຶ່ງແຕ່ງຕັ້ງເປັນຜູ້ນຳ. ຄຽງຂ້າງກັນນັ້ນ, ທົ່ວລະບົບກໍ່ຕ້ອງເປັນເອກະພາບກ່ຽວກັບຄວາມຮັບຮູ້ ເຊິ່ງການເຄື່ອນໄຫວວັດທະນະທຳ, ກິລາແມ່ນໜຶ່ງໃນບັນດາວິທີການທີ່ດີ ເພື່ອສ້າງນ້ຳໃຈສາມັກຄີ, ເຂົ້າກັນໄດ້ດີໃນທ້ອງຖິ່ນ. ຄຽງຄູ່ກັນນັ້ນ, ກະຊວງພາຍໃນ ຈະວາງອອກມາດຖານລະອຽດ ກ່ຽວກັບ “ຜູ້ເຮັດວຽກໄດ້” ສຳລັບແຕ່ລະຕຳແໜ່ງເພື່ອກຳນົດທິດ. ບັນດາທ້ອງຖິ່ນ ຈະອີງໃສ່ນັ້ນເພື່ອເລືອກເອົາຜູ້ທີ່ມີຄວາມເໝາະສົມກັບພຶດຕິກຳຕົວຈິງ, ຍ້ອນວ່າແຂວງພູດອຍມີຄວາມແຕກຕ່າງກັບແຂວງທົ່ງພຽງ, ແຂວງຊາຍແດນ”.
ເມື່ອປະຕິບັດການໂຮມເຂົ້າກັນ, ທ່ານ ບຸ່ຍຊວັນເຈື່ອງ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງຮວ່າບິ່ງ ໃຫ້ຮູ້ວ່າ: “ພະນັກງານ, ຂະແໜງວັດທະນະທຳແຂວງຮວ່າບິ່ງ (ເກົ່າ) ຍາມໃດກໍ່ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງໃໝ່ ຜັນຂະຫຍາຍບັນດາລາຍການ, ໂຄງການທີ່ໄດ້ປະກາດໃຊ້; ປະມວນເນື້ອໃນໃໝ່ຕາມການແບ່ງວຽກຂອງການນຳ, ສືບຕໍ່ເພີ່ມທະວີວຽກງານຊີ້ນຳ, ສ້າງລາຍການ, ແຜນການ, ແຜນຮ່າງ, ໂຄງການຕິດພັນກັບສະພາບແວດລ້ອມໃໝ່ຂອງຂົງເຂດພັດທະນາໃໝ່ ເພື່ອຊີ້ນຳທຸກຂັ້ນ, ທຸກຂະແໜງການເຂົ້າຮ່ວມການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງວັດທະນະທຳທີ່ເປັນມູນເຊື້ອ. ຢາກເຮັດໄດ້ຄືແນວນັ້ນ, ແຂວງຝູເທາະ ຄວນສະຫງວນແຫຼ່ງກຳລັງໃຫ້ເໝາະສົມເພື່ອບູລະນະປະຕິສັງຂອນມໍລະດົກວັດທະນະທຳນາມມະທຳ ກໍ່ຄືເສີມຂະຫຍາຍ, ຮັກສາບັນດາຄຸນຄ່າມໍລະດົກ; ປະຕິບັດວຽກງານໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມການຮັກສາ, ອະນຸລັກ ແລະເສີມຂະຫຍາຍຄຸນຄ່າວັດທະນະທຳຂອງປະຊາຊົນບັນດາເຜົ່າຢູ່ແຂວງຝູເທາະໃໝ່”.
ໂດຍ: ແສງເດືອນ