ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ສະຖາບັນຮູບເງົາເອກະສານ ແລະວິທະຍາສາດສູນກາງ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ), ສະມາຄົມບັນດາສະຖາບັນວັດທະນະທຳ ແລະບັນດາສະຖານທູດເອີລົບ (EUNIC) ໄດ້ຈັດຕັ້ງກອງປະຊຸມຂ່າວໂດຍແນະນໍາກ່ຽວກັບງານມະໂຫລານສາຍຮູບເງົາເອກະສານເອີລົບ-ຫວຽດນາມ ຄັ້ງທີ 13 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 22-28 ກັນຍາ, ຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: ຖຸ່ຍຈີ

ງານມະໂຫລານດັ່ງກ່າວມີຮູບເງົາເອກະສານເຂົ້າສາຍ 19 ເລື່ອງ, ໃນນັ້ນ, ແຕ່ລະປະເທດເອີລົບມີ 1 ເລື່ອງ ແລະຫວຽດນາມ ມີ 12 ເລື່ອງ. ມີຮູບເງົາຫຼາຍເລື່ອງໄດ້ຮັບລາງວັນໃນງານມະໂຫລານຮູບເງົາສາກົນ ແລະຫວຽດນາມ. ຮູບເງົາມີຫຼາຍເລື່ອງແຕກຕ່າງກັນໄດ້ປິ່ນອ້ອມກ່ຽວກັບບັນຫາຕ່າງໆຂອງຊີວິດສັງຄົມໃນປະຈຸບັນ. ຮູບເງົາ ຈະສາຍໃຫ້ເບິ່ງໂດຍບໍ່ເສຍຄ່າຜ່ານປະຕູຢູ່ສະຖາບັນຮູບເງົາເອກະສານ ແລະວິທະຍາສາດສູນກາງ (ເຮືອນເລກທີ 465 ຖະໜົນຮວ່າງຮວາທ໊າມ, ເມືອງບາດີ່ງ, ນະຄອນຮ່າໂນ້ຍ) ແລະ DCINE ເບ໊ນແທັ່ງ (ເຮືອນເລກທີ 6 ຖະໜົນມາກດີ໋ງຈີ, ເມືອງ 1, ນະຄອນໂຮ່ຈີມິນ).

ໂດຍ: ເຈິ່ນຮວ່ຽນ