leftcenterrightdel
ພິທີມອບໃບຢັ້ງຢືນການຈັດດອກໄມ້ສາກົນ. ພາບ: ສໍານັກຂ່າວສານຫວຽດນາມ.

ການຈັດຕັ້ງພິທີແມ່ນການຮ່ວມມືລະຫວ່າງສະມາຄົມດອກໄມ້ໂລກ (World Flower Council - WFC) ແລະມະຫາວິທະຍາໄລດ່າລາດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ນັກສິລະປະກອນ 200 ຄົນທີ່ມາຈາກ 18 ປະເທດ ແລະເຂດແຄວ້ນ. ນີ້ແມ່ນການຈັດງານຄັ້ງທີ 37 ຂອງສະມາຄົມດອກໄມ້ໂລກ ແຕ່ເປັນຄັ້ງທຳອິດທີ່ຈັດງານຢູ່ນະຄອນແຫ່ງດອກໄມ້ດາລາດ ແລະຫວຽດນາມ.

ຫຼັງຈາກໄຂພິທີ, ນັກສິລະປະກອນອອກແບບການຈັດດອກໄມ້ 6 ຄົນທີ່ມາຈາກ ສິງກະໂປ, ມາເລເຊຍ, ສ.ເກົາຫຼີ, ຍີ່ປຸ່ນ, ມາເກົາ (ສປ ຈີນ), ຮົງກົງ (ສປ ຈີນ) ໄດ້ຂຶ້ນສະແດງສິລະປະການຈັດດອກໄມ້ເທິງເວທີ. ກໍ່ຢູ່ໃນຂອບເຂດຂອງລາຍການ, ນັກອອກແບບ 18 ຄົນ, ຕາງໜ້າໃຫ້ 18 ປະເທດ ແລະເຂດແຄວ້ນ ກໍ່ສືບຕໍ່ເຂົ້າຮ່ວມການສະແດງສິລະປະການຈັດດອກໄມ້ເທີງເວທີເພື່ອແນໃສ່ນຳສະເໜີກ່ຽວກັບສິລະປະການຕົກແຕ່ງດອກໄມ້ສົດທີ່ມີຄວາມໝາຍທີ່ສຸດ. ງານແຂ່ງຂັນສິລະປະການຈັດດອກໄມ້ສາກົນ 2023 ໄດ້ເຮັດພິທີມອບລາງວັນໃນຕອນບ່າຍນີ້.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ