leftcenterrightdel
ການສະແດງສິລະປະໃນພິທີປິດ. ພາບ: vov.vn

ໃນລະຫວ່າງວັນທີ 8-10 ກັນຍາ, ນັກສິລະປິນ, ນັກກິລາ, ນັກສະແດງມະຫາຊົນລວມປະມານ 800 ຄົນຂອງ 11 ແຂວງ, ນະຄອນເຂດພາກກາງຫວຽດນາມ ໄດ້ແຂ່ງຂັນກິລາປະເພດຕ່າງໆ ແລະເຂົ້າຮ່ວມຂັ້ນຕອນຈັດພິທີຂອງງານບຸນ. ບັນດາກິດຈະກຳ, ຄື: ການປະກວດຊຸດອາພອນປະຈຳເຜົ່າ; ງານມະໂຫລານສິລະປະມະຫາຊົນ; ແນະນຳວາງສະແດງ, ໂຄສະນາຜະລິດຕະພັນທີ່ເປັນເອກະລັກຂອງບັນດາເຜົ່າ... ໄດ້ສ້າງຄວາມປະທັບໃຈອັນດີງາມແກ່ແຂກທ່ອງທ່ຽວ ແລະພໍ່ແມ່ປະຊາຊົນແຂວງບິ່ງດິ້ງ. ທ່ານ ຕ້າຊວັນແຈ໊ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງບິ່ງດິ້ງ, ຮອງຫົວໜ້າຜູ້ປະຈຳການຄະນະຈັດຕັ້ງງານບຸນດັ່ງກ່າວ ໃຫ້ຮູ້ວ່າ: “ສຳລັບພໍ່ແມ່ປະຊາຊົນບັນດາເຜົ່າແລ້ວ, ນີ້ແມ່ນການແລກປ່ຽນດ້ານວັດທະນະທຳທີ່ມີຄວາມໝາຍ ແລະເປັນປະໂຫຍດທີ່ສຸດ. ທຸກກິດຈະກຳວັດທະນະທຳທີ່ໄດ້ດຳເນີນໃນຊຸມວັນຜ່ານມາຢູ່ບິ່ງດິ້ງ ລ້ວນແຕ່ສະແດງໃຫ້ເຫັນນ້ຳໃຈ, ສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ພາກກາງຫວຽດນາມ. ຜ່ານນັ້ນ, ກໍສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນພ້ອມທັງແມ່ນການຮ່ວມແຮງຮ່ວມໃຈຮັກສາສີສັນວັດທະນະທຳຂອງຊາດໃນການພັດທະນາລວມຂອງບັນດາແຂວງພາກກາງ”.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ