ຕອນຄໍ່າວັນທີ 9 ກັນຍາ, ພິທີມອບລາງວັນປີກວ່າວຄໍາປີ 2023 ດ້ວຍຫົວຂໍ້ “ທາງຊ້າງເຜືອກທີ່ສົດໃສ” ໄດ້ໄຂຂຶ້ນຢູ່ໂຮງລະຄອນ ດໍ໋ (ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ). ລາງວັນປີກວ່າວຄໍາປີ 2023 ມີການເຂົ້າຮ່ວມຂອງຮູບເງົາທີ່ມີຄຸນນະພາບ 157 ເລື່ອງ, ເຫດການນີ້ແມ່ນຂີດໝາຍສຳຄັນເມື່ອໄດ້ຍົກລະດັບກາຍເປັນງານມະໂຫລານຮູບເງົາ-ການທ່ອງທ່ຽວລະດັບຊາດ ແລະມຸ່ງໄປເຖິງລະດັບສາກົນ. ພິທີມອບລາງວັນປີກວ່າວຄໍາປີ 2023 ໄດ້ເຕົ້າໂຮມຜູ້ເຂົ້າຮ່ວມ 1.000 ກວ່າຄົນ, ໃນນັ້ນມີ 500 ກວ່າຄົນແມ່ນນັກສິລະປິນ, ຜູ້ຜະລິດຮູບເງົາ, ໂທລະພາບ,...

leftcenterrightdel
ຮູບເງົາ "ຂີ້ເທົ່າເຫຼື້ອມ" ໄດ້ຮັບລາງວັນປີກວ່າວຄໍາປີ 2023  ປະເພດຮູບເງົາເລື່ອງ. ພາບ: ຮວ່າງຈຸງ.

ຄະນະຈັດຕັ້ງໄດ້ມອບລາງວັນປີກວ່າວຄໍາປີ 2023 ປະເພດຮູບເງົາໂທລະພາບໃຫ້ແກ່ຮູບເງົາ “ແມ່ເຣີມ” ໂດຍຜູ້ກຳກັບການສະແດງ ຫງວຽນເຟືອງດ່ຽນ; ຮູບເງົາ "ຂີ້ເທົ່າເຫຼື້ອມ" ຂອງຜູ້ກຳກັບການສະແດງ ບຸ່ຍທາກຈວຽນ ໄດ້ຮັບລາງວັນປີກວ່າວຄໍາປີ 2023 ປະເພດຮູບເງົາເລື່ອງ.

ໂດຍ: ຈາງຫງວຽນ